ໄຂງານຕະຫຼາດນັດການຄ້າຫວຽດນາມ - ລາວ 2017

(VOVWORLD) -ດ້ວຍຫົວຂໍ້ວ່າ “ມິດຕະພາບ, ຮ່ວມມື ແລະ ພັດທະນາ”, ພິທີໄຂງານຕະຫຼາດນັດການຄ້າຫວຽດນາມ - ລາວ 2017 ຖືກດຳເນີນໃນຕອນບ່າຍວັນທີ 29 ມິຖຸນາ, ຢູ່ສູນການຄ້າລາວ - ໄອເຕັກ ນະຄອນຫຼວງວຽງຈັນ, ປະເທດລາວ.

ໄຂງານຕະຫຼາດນັດການຄ້າຫວຽດນາມ - ລາວ 2017 - ảnh 1(ພົນໂທ ເຈີນເດີນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ)

ເຂົ້າຮ່ວມພິທີໄຂມີທ່ານ ສອນໄຊ ສີພັນດອນ, ກຳມະການກົມການເມືອງ, ຮອງນາຍົກລັດຖະມົນຕີລາວ, ພ້ອມກັບຜູ້ຕາງໜ້າບັນດາກະຊວງ, ຂະແໜງການຂອງ 2 ປະເທດຫວຽດນາມ - ລາວ. ກ່າວຄຳເຫັນໄຂງານຕະຫຼາດນັດ, ພົນໂທ ເຈີນເດີນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ຊີ້ແຈ້ງວ່າ.

        “ນີ້ແມ່ນຄັ້ງທີ 3 ທີ່ກະຊວງປ້ອງກັນປະເທດ ແລະ ກະຊວງອຸດສາຫະກຳການຄ້າຫວຽດນາມ ສົມທົບກັບກະຊວງອຸດສາຫະກຳລາວ ຈັດຕັ້ງງານຕະຫຼາດນັດການຄ້າຫວຽດນາມ - ລາວ. ງານຕະຫຼາດນັດແມ່ນເຫດການການເມືອງ, ເສດຖະກິດ, ສັງຄົມມີຄວາມໝາຍສຳຄັນ, ທັງປະກອບສ່ວນຊຸກຍູ້ການພົວພັນມິດຕະພາບ, ການຮ່ວມມືລະຫວ່າງປະຊາຊົນ 2 ປະເທດຫວຽດນາມ - ລາວ, ທັງແມ່ນໂອກາດເພື່ອໃຫ້ບັນດາວິສາຫະກິດຫວຽດນາມ ເວົ້າລວມ ແລະ ບັນດາວິສາຫະກິດກອງທັບເວົ້າສະເພາະ ຊອກຫາຂໍ້ມູນຂ່າວ, ກາລະໂອກາດ, ຄວາມສາມາດບົ່ມຊ້ອນ, ລູກຄ້າ ແລະ ຄູ່ຄ້າ, ເປີດກວ້າງການພົວພັນດ້ານການຄ້າກັບບັນດາວິສາຫະກິດລາວ; ຍູ້ແຮງການສົ່ງອອກຜະລິດຕະພັນ, ການບໍລິການ, ການທ່ອງທ່ຽວເຂົ້າຕະຫຼາດລາວ ແລະ ບັນດາປະເທດອາຊຽນ ໃຫ້ນັບມື້ນັບແທດຈິງ, ມີປະສິດທິຜົນ.”

        ງານຕະຫຼາດນັດຄັ້ງນີ້ໂດຍມີການເຂົ້າຮ່ວມຂອງ 120 ຫົວໜ່ວຍ, ວິສາຫະກິດ 2 ປະເທດ, ດ້ວຍ 320 ຮ້ານວາງສະແດງ. ບັນດາວິສາຫະກິດຫວຽດນາມ ໄດ້ນຳເອົາບັນດາສິນຄ້າທີ່ມີຄຸນນະພາບ, ມີຊື່ສຽງເຂົ້າຮ່ວມຄື: ເຄື່ອງຕ່ຳແຜ່ນຕັດຫຍິບ, ເກີບໜັງ, ຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ ແລະ ສິນໃນນ້ຳ, ເຄື່ອງສິລະປະຫັດຖະກຳ, ເຄື່ອງໄຟຟ້າ - ເອເລັກໂຕນິກ...

ໄຂງານຕະຫຼາດນັດການຄ້າຫວຽດນາມ - ລາວ 2017 - ảnh 2 (ກົດປຸມເປີດສະຫຼອງແວັບໄຊເອເລັກໂຕນິກເສດຖະກິດການຄ້າລະຫວ່າງ 2 ຊາດ)

        ເນື່ອງໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີລາວ ສອນໄຊ ສີພັນດອນ ແລະ ຜູ້ຕາງໜ້າກະຊວງປ້ອງກັນປະເທດ ແລະ ກະຊວງອຸດສາຫະກຳການຄ້າ 2 ປະເທດໄດ້ກົດປຸມເປີດສະຫຼອງແວັບໄຊເອເລັກໂຕນິກເສດຖະກິດການຄ້າລະຫວ່າງ 2 ຊາດ. ນີ້ແມ່ນແວັບໄຊທາງການຂອງກະຊວງອຸດສາຫະກຳ 2 ປະເທດ, ເຊິ່ງຈະສະໜອງຂໍ້ມູນຂ່າວຢ່າງຮອບດ້ານ, ຫຼ້າສຸດກ່ຽວກັບຂໍ້ກຳນົດ, ກົນໄກ, ນະໂຍບາຍກ່ຽວກັບເສດຖະກິດ, ການຄ້າ, ອຸດສາຫະກຳກຳ, ບັນດາການເຄື່ອນໄຫວສົ່ງເສີມການຄ້າ.

ຕອບກັບ

ຂ່າວ/ບົດ​ອື່ນ