ໄຂງານຕະຫຼາດນັດການຄ້າແລະກະສິກຳເຂດທົ່ງພຽງແມ່ນ້ຳຂອງ-ຕ່ຽນຢາງ2016

ໄຂງານຕະຫຼາດນັດການຄ້າແລະກະສິກຳເຂດທົ່ງພຽງແມ່ນ້ຳຂອງ-ຕ່ຽນຢາງ2016 - ảnh 1
ໄຂງານຕະຫຼາດນັດການຄ້າແລະກະສິກຳ
ເຂດທົ່ງພຽງແມ່ນ້ຳຂອງ-ຕ່ຽນຢາງ2016
(ພາບ: tiengiang.gov.vn)

(vovworld) - ຕອນ​ຄຳ່​ວັນ​ທີ 23/12, ຢູ່ ຕ່ຽນຢາງ, ງານ​ຕະຫຼາດນັດ​ການ​ຄ້າ ​ແລະ ​ກະສິກຳ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ - ຕ່ຽນຢາງ 2016, ​ໂດຍ​ແຂວງ ຕ່ຽນຢາງ ຈັດ​ຕັ້ງ ​ໄດ້​ໄຂ​ຂຶ້ນ. ງານ​ຕະຫຼາດນັດ​ມີ 250 ຮ້ານວາງສະ​ແດງ​ສິນຄ້າຂອງ 118 ວິ​ສາ​ຫະກິດ​ທັງ​ຢູ່​ພາຍ​ໃນ ​ແລະ ຕ່າງ​ແຂວງ​ເຂົ້າ​ຮ່ວມ, ​ເພື່ອ​ແນະນຳ​ບັນດາ​ຜະລິດ​ຕະພັນ​ກະ​ເສດ​ສົດ ​ແລະ ຜະລິດ​ຕະພັນ​ກະ​ເສດ​ປຸງ​ແຕ່ງ, ທັນ​ຍາ​ຫານ, ອາຫານ​ປຸງ​ແຕ່ງ, ວັດ​ສະ​ດຸ​ກໍ່ສ້າງ, ການ​ບໍລິການ​ທະນາຄານ, ການທ່ອງທ່ຽວ, ​ໂທລະ​ຄົມ, ​ແນວ​ພັນ…

ງານ​ຕະຫຼາດນັດ​ກໍ່​ແມ່ນ​ໂອກາດ​ເພື່ອ​ໃຫ້​ບັນດາ​ແຂວງ, ນະຄອນ ​ແລະ ວິ​ສາ​ຫະກິດ​ແນະນຳ ​ແລະ ​ເຊື່ອມ​ຕໍ່​ດ້ານ​ການ​ຄ້າ​ສຳລັບ​ຜະລິດ​ຕະພັນ​ທີ່​ເປັນ​ເອກະລັກ​ສະ​ເພາະ ​ແລະ ມີ​ທ່າ​ແກ່ງ​ແຍ້​ງຂອງ​ເຂດ, ​ໂດຍ​ສະ​ເພາະ​ແມ່ນ​ຜະລິດ​ຕະພັນ​ກະ​ເສດ, ​ເພື່ອ​ແນ​ໃສ່​ຊອກ​ຫາ​ສົ້ນ​ອອກ​ທີ່​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ, ຍາວ​ນານ​ໃຫ້​ໝາກ​ໄມ້​, ຮັບປະກັນ​ລາຄາ​ໃຫ້​ມີ​ຄວາມ​ໝັ້ນ​ທ່ຽງ.

ງານ​ຕະຫຼາດນັດ​ຈະ​ອັດ​ລົງ​ໃນ​ວັນ​ທີ 1/1/2017.

ຂ່າວ/ບົດ​ອື່ນ