ໄຂ​ງານ​ຕະຫຼາດ​ນັດ​ການ​ທ່ອງ​ທ່ຽວ​ສາ​ກົນ​ ຫວຽດ​ນາມ ປີ 2020

(VOVWORLD) - ຕອນເຊົ້າວັນທີ 18 ພະຈິກ, ງານຕະຫຼາດນັດການທ່ອງທ່ຽວ ຫວຽດນາມ ປີ 2020 (VITM 2020) ຖືກໄຂຂຶ້ນຢູ່ຮ່າໂນ້ຍ. ນີ້ແມ່ນເຫດການທ່ອງທ່ຽວສາກົນປະຈຳປີ ທີ່ມີຂອບຂະໜາດແຖວໜ້າໃນພາກພື້ນ.
ໄຂ​ງານ​ຕະຫຼາດ​ນັດ​ການ​ທ່ອງ​ທ່ຽວ​ສາ​ກົນ​ ຫວຽດ​ນາມ ປີ 2020 - ảnh 1ງານຕະຫຼາດນັດການທ່ອງທ່ຽວ ຫວຽດນາມ ປີ 2020 ຖືກໄຂຂຶ້ນໃນຕອນເຊົ້າວັນທີ 18 ພະຈິກ ຢູ່ຮ່າໂນ້ຍ  

VITM 2020 ໄດ້ດຶງດູດການເຂົ້າຮ່ວມຂອງບັນດາວິສາຫະກິດ, ອົງການຄຸ້ມຄອງ, ສົ່ງເສີມການທ່ອງທ່ຽວເປັນຈຳນວນຫຼາຍທີ່ມາຈາກ 47 ແຂວງ, ນະຄອນໃນທົ່ວປະເທດ ແລະ ມາຈາກ 6 ປະເທດ ແລະ ເຂດແຄວ້ນ.  ດ້ວຍຫົວຂໍ້ “ຫັນເປັນດີຈີຕອນ ຊຸກຍູ້ການພັດທະນາການທ່ອງທ່ຽວ”, ຕະຫຼາດນັດປີນີ້ໄດ້ ສົ່ງເສີມໃຫ້ບັນດາວິສາຫະກິດ ແລະ ອົງການຈັດຕັ້ງເຂົ້າຮ່ວມ ພ້ອມກັນປຶກສາຫາລື ເພື່ອຍົກອອກບັນດາຂໍ້ລິເລີ່ມໃນວິວັດການຄຸ້ມຄອງ, ດຳເນີນທຸລະກິດ ແລະ ການເຄື່ອນໄຫວທ່ອງທ່ຽວ, ຕິດພັນກັບການໝູນໃຊ້ເຕັກໂນໂລຢີ 4.0. VITM 2020 ໄດ້ສ້າງກາລະໂອກາດໃຫ້ທ້ອງຖິ່ນຕ່າງໆ, ອົງການຈັດຕັ້ງ ແລະ ວິສາຫະກິດໂຄສະນາເຄື່ອງໝາຍການຄ້າ, ແນະນຳຜະລິດຕະພັນ ແລະ ຊຸກຍູ້ການພັດທະນາການທ່ອງທ່ຽວ.

        VITM 2020 ຖືກດຳເນີນຢູ່ ຫໍວັດທະນະທຳມິດຕະພາບ ຮ່າໂນ້ຍ ຮອດວັນທີ 21 ພະຈິກ ຈຶ່ງອັດລົງ.

ຕອບກັບ

ຂ່າວ/ບົດ​ອື່ນ