ໄຂງານຕະຫຼາດນັດການທ່ອງທ່ຽວສາກົນປີ 2018

(VOVWORLD) - ການທ່ອງທ່ຽວແມ່ນຂະແໜງການເສດຖະກິດສຳຄັນ.ປັດຈຸບັນ ຫວຽດນາມ ພວມສູ້ຊົນພັດທະນາການທ່ອງທ່ຽວໃຫ້ກາຍເປັນຂະແໜງການເສດຖະກິດປາຍແຫຼມ.

ໄຂງານຕະຫຼາດນັດການທ່ອງທ່ຽວສາກົນປີ 2018 - ảnh 1ທ່ານຮອງນາຍົກລັດຖະມົນຕີຫວຽດນາມຫວູດຶກດາມ ກ່າວຄຳເຫັນທີ່ພິທີໄຂ

(ພາບ: vietnamtourism.gov.vn) 

 ງານຕະຫຼາດນັດການທ່ອງທ່ຽວສາກົນປີ 2018 (VITM) ດ້ວຍຫົວຂໍ້ທີ່ວ່າ “ການທ່ອງທ່ຽວໂດຍກົງທາງເຄືອຂ່າຍອິນເຕີເນັດ, ທ່ອງທ່ຽວຫວຽດາມມຸ່ງໄປສູ່ຂະບວນການປະຕິວັດອຸດສາຫະກຳ 4.0” ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 29 ມີນາ, ຢູ່ນະຄອນຫຼວງຮ່າໂນ້ຍ. ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ພິທີໄຂ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມຫວູດຶກດາມ, ຫົວໜ້າຄະນະຊີ້ນຳແຫ່ງລັດ ກ່ຽວກັບຂະແໜງການທ່ອງທ່ຽວ, ຢັ້ງຢືນວ່າ ການທ່ອງທ່ຽວແມ່ນຂະແໜງການເສດຖະກິດສຳຄັນ.ປັດຈຸບັນ ຫວຽດນາມ ພວມສູ້ຊົນພັດທະນາການທ່ອງທ່ຽວໃຫ້ກາຍເປັນຂະແໜງການເສດຖະກິດປາຍແຫຼມ. ດັ່ງນັ້ນ, ລັດຖະບານຫວຽດນາມປາດຖະໜາຢາກພ້ອມກັບບັນດາປະເທດຮ່ວມແຮງຮ່ວມໃຈ ເພື່ອຊຸກຍູ້ການທ່ອງທ່ຽວໃຫ້ພັດທະນາດີກວ່າອີກ; ພ້ອມກັນນັ້ນ, ປະຊາຊົນຫວຽດນາມທຸກຄົນພ້ອມກັນປະກອບສ່ວນເພື່ອພັດທະນາຂະແໜງການທ່ອງທ່ຽວໃຫ້ຍືນຍົງ, ພ້ອມກັນພັດທະນາສະພາບແວດລ້ອມສັນຕິພາບ, ໝັ້ນຄົງ ແລະ ຮ່ວມມື.

        “ຂ້າພະເຈົ້າຕີລາຄາສູງຕໍ່ຄວາມມານະພະນາຍາມຂອງອໍານາດການປົກຄອງຂັ້ນແຂວງຕະຫຼອດຮອດຂັ້ນຮາກຖານໄດ້ສະຫງວນຄວາມເອົາໃຈໃສ່ເພື່ອແກ້ໄຂບັນດາຂໍ້ຄົງຄ້າງສຳລັບບັນດາວິສາຫະກິດ, ເອົາໃຈໃສ່ກວ່າເພື່ອສ້າງສິ່ງແວດລ້ອມທ່ອງທ່ຽວທີ່ປອດໄພ ແລະ ສະໜິດສະໜົມ. ຫວັງວ່າຜ່ານງານຕະຫຼາດນັດຄັ້ງນີ້, ພວກເຮົາສາມາດໝູນໃຊ້ທ່າແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານ, ບັນດາເຕັກໂນໂລຢີອື່ນໆເພື່ອເຊື່ອມຕໍ່ລະຫວ່າງພາກລັດ ກັບພາກເອກະຊົນ, ວິສາຫະກິດກັບວິສາຫະກິດ, ປະຊາຊົນກັບປະຊາຊົນ ເພື່ອເສີມຂະຫຍາຍຢ່າງມີປະສິດທິຜົນທີ່ສຸດ ເພື່ອໃຫ້ຂະແໜງການທ່ອງທ່ຽວໄດ້ພັດທະນາ”.

            ງານຕະຫຼາດນັດການທ່ອງທ່ຽວສາກົນປີນີ້ ໄດ້ດຶງດູດການເຂົ້າຮ່ວມຂອງວິສາຫະກິດເກືອບ 700 ແຫ່ງ ທັງພາຍໃນ ແລະ ສາກົນ ເຊັ່ນ: ສ.ເກົາຫຼີ, ຍີ່ປຸ່ນ, ຝລັ່ງ, ອັງກິດ, ເຢຍລາມັນ, ອົດສະຕາລີ ….

        ໃນຂອບເຂດຂອງງານຕະຫຼາດນັດການທ່ອງທ່ຽວສາກົນປີ 2018, ແຂກມາຢ້ຽມຊົມມີໂອກາດເຂົ້າຮ່ວມການເຄື່ອນໄຫວຫຼາຍຢ່າງ ຄື: ກອງປະຊຸມໂຄສະນາ, ສົ່ງເສີມການທ່ອງທ່ຽວແຂວງນິງບິງ, ແທງຮວ໋າ, ເຫງ້ອານ, ຟຸອຽນ; ໂອ້ລົມສົນທະນາພາຍໃຕ້ຫົວຂໍ້ “ໝູນໃຊ້ບັນດາເຕັກໂນໂລຢີໃໝ່ ໜູນຊ່ວຍຜູ້ນຳທ່ຽວ” ແລະ ການເຄື່ອນໄຫວຕ່າງໆອີກດ້ວຍ. ງານຕະຫຼາດນັດໄດ້ດຳເນີນຮອດວັນທີ 01 ເມສາ.

ຕອບກັບ

ຂ່າວ/ບົດ​ອື່ນ