ໄຂງານຕະຫຼາດນັດວາງສະແດງການຄ້າ, ການບໍລິການ, ທ່ອງທ່ຽວຫວຽດນາມ - ກຳປູເຈຍ 2015

ໄຂງານຕະຫຼາດນັດວາງສະແດງການຄ້າ, ການບໍລິການ, ທ່ອງທ່ຽວຫວຽດນາມ - ກຳປູເຈຍ 2015 - ảnh 1
(ໄຂງານຕະຫຼາດນັດວາງສະແດງການຄ້າ,
ການບໍລິການ, ທ່ອງທ່ຽວຫວຽດນາມ - ກຳປູເຈຍ 2015)


(vovworld) – ງານ​ຕະຫຼາດ​ນັດ​ວາງສະ​ແດງ​ການ​ຄ້າການ​ບໍລິການ, ທ່ອງ​ທ່ຽວ​ຫວຽດນາມ - ກຳ​ປູ​ເ​ຈຍ 2015 (Hochiminh City Expo 2015) ຖືກ​ໄຂ​ຂຶ້ນ​ໃນ​ຕອນ​ຄໍ່າ​ວັນ​ທີ 01/04, ຢູ່​ນະຄອນ Battambang, ຫາງ​ຈາກ​ນະ​ຄອນ​ຫຼວງ​ພະ​ນົມ​ເປັນ ​ໄ​​ປທາງ​ທິດ​ເໜືອປະມານ 300 ກ​.ມ. ງານ​ຕະຫຼາດນັດ​ວາງສະ​ແດງ Hochiminh City Expo 2015 ສະໜອງຜະລິດ​ຕະພັນ​ເປັນ​ຫຼາຍ​ຮູບ​ຫຼາຍ​ແບບ​ທີ່ມີ​ຄຸນ​ນະພາ​ບ​ເໝາະ​ສົມ​ກັບ​ຄວາມ​ຕ້ອງການ​ໃຊ້​ສອຍ ​ແລະ ຄວາມ​ຮຽກຮ້ອງທີ່​ນັບ​ມື້​ນັບ​ສູງ​ຂອງຜູ້ບໍລິ​ໂພ​ກ​ອຸປະ​ໂພ​ກກຳປູ​ເຈຍ. ງານ​ຕະຫຼາດນັດ​ວາງສະ​ແດງ ຈະ​ສືບ​ຕໍ່​ແມ່ນ​ຂົວ​ເຊື່ອມ​ຕໍ່​ທີ່​ມີ​ປ​ະສິດທິ​ຜົນ​ລະຫວ່າງ​ວິ​ສາ​ຫະກິດ​ຫວຽດນາມ ​ກັບຜູ້ບໍລິ​ໂພ​ກ​ອຸປະ​ໂພ​ກ ​ແລະ ວິ​ສາ​ຫະກິດ​ກຳປູ​ເຈຍ, ປະກອບສ່ວນ​ຊຸກ​ຍູ້​ການ​​​ເຕີບ​ໂຕ​ທາງດ້ານ​ການ​ຄ້າ, ການ​ລົງທຶນ, ທ່ອງ​ທ່ຽວ​ລະຫວ່າງ 2 ປະ​ເທດ. ງານ​ຕະຫຼາດນັດ​ວາງສະ​ແດງ Hochiminh City Expo 2015 ຖືກ​ດຳ​ເນີນ​ໄປ​ແຕ່​ວັນ​ທີ 01 – 05/04. ​ໃນ​ຂອບ​​ເຂດ​ງານ​ຕະຫຼາດນັດ ຍັງ​ຈັດ​ບັນດາ​ລາຍການ​ພົບ​ປະ​ແລກປ່ຽນ​ວັດທະນະທຳ, ສະ​ແດງ​ສິລະ​ປະ; ລາຍການ​ກວດ, ປິ່ນປົວ​ພະຍາດ​ໂດຍ​ບໍ່​ເສຍ​ຄ່າ ​ແລະ ມອບ​ຂອງຂວັນ​ໃຫ້​ພໍ່​ແມ່​ຊາວ​ຫວຽດນາມ ອາ​ໄສຢູ່ກຳ​ປູ​ເຈຍ ​ແລະ ປະຊາຊົນຜູ້​ປະສົບ​ກັບ​ຄວາມທຸກ​ຍາກ​ຢູ່ Battambang.

ຂ່າວ/ບົດ​ອື່ນ