ໄຂງານຕະຫຼາດນັດສາກົນ ການຄ້າ - ທ່ອງທ່ຽວ ແລະ ການລົງທຶນແລວເສດຖະກິດຕາເວັນອອກ - ຕາເວັນຕົກ

(VOVWORLD) - ງານຕະຫຼາດນັດຈັດຂຶ້ນນັບແຕ່ນີ້ຮອດວັນທີ 07 ສິງຫາ, ດ້ວຍຮ້ານວາງສະແດງເກືອບ 300 ຮ້ານຂອງວິສະຫະກິດ 150 ແຫ່ງ
ໄຂງານຕະຫຼາດນັດສາກົນ ການຄ້າ - ທ່ອງທ່ຽວ ແລະ ການລົງທຶນແລວເສດຖະກິດຕາເວັນອອກ - ຕາເວັນຕົກ - ảnh 1ງານຕະຫຼາດນັດງານຕະຫຼາດນັດຈັດຂຶ້ນນັບແຕ່ນີ້ຮອດວັນທີ 07 ສິງຫາ
(ພາບ: TTXVN)

        ຕອນເຊົ້າວັນທີ 02 ສິງຫາ, ຢູ່ສູນງານຕະຫຼາດນັດວາງສະແດງ ດ່ານັ້ງ, ກົມສົ່ງເສີມການຄ້າ - ກະຊວງອຸດສາຫະກຳການຄ້າ ຫວຽດນາມ ໄດ້ສົມທົບກັບຄະນະກຳມະການປະຊາຊົນນະຄອນ ດ່ານັ້ງ, ໄຂງານຕະຫຼາດນັດສາກົນ ການຄ້າ - ທ່ອງທ່ຽວ ແລະ ການລົງທຶນແລວເສດຖະກິດຕາເວັນອອກ - ຕາເວັນຕົກ - ດ່ານັ້ງ 2024. ງານຕະຫຼາດນັດຈັດຂຶ້ນນັບແຕ່ນີ້ຮອດວັນທີ 07 ສິງຫາ, ດ້ວຍຮ້ານວາງສະແດງເກືອບ 300 ຮ້ານຂອງວິສະຫະກິດ 150 ແຫ່ງ ທີ່ມາຈາກບັນດາທ້ອງຖິ່ນໃນແລວເສດຖະກິດຕາເວັນອອກ - ຕາເວັນຕົກ, ຄື: ກຳປູເຈຍ, ລາວ, ມຽນມາ ແລະ ບັນດາແຂວງ, ນະຄອນໃນທົ່ວປະເທດ.

        ງານຕະຫຼາດນັດນີ້ໄດ້ຈັດຂຶ້ນປະຈຳປີ, ເພື່ອແນໃສ່ສ້າງເງື່ອນໄຂສະດວກໃຫ້ບັນດາອົງການສົ່ງເສີມການຄ້າ, ວິສາຫະກິດ, ການຮ່ວມມືສະຫະກອນຢູ່ພາຍໃນປະເທດເຂົ້າຮ່ວມການໂຄສະນາຜະລິດຕະພັນ, ສົ່ງເສີມ, ຊອກຫາຄູ່ຮ່ວມມືລົງທຶນ ແລະ ຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດ.

ຕອບກັບ

ຂ່າວ/ບົດ​ອື່ນ