ໄຂ​ງານ​ຕະຫຼາດ​ນັດ​ສາ​ກົນ​ການ​ຄ້າ - ການ​ທ່ອງ​ທ່ຽວ ແລະ ການ​ລົງ​ທຶນ - ແລວ​ເສດ​ຖະ​ກິດ​ຕາ​ເວັນ​ອອກຕາ​ເວັນ​ຕົກ 2022

(VOVWORLD) -   ຕອນບ່າຍວັນທີ 03 ສິງຫາ, ຢູ່ສູນຕະຫຼາດນັດງານວາງສະແດງນະຄອນ ດ່າໜັງ, ໄດ້ດຳເນີນພິທີໄຂງານຕະຫຼາດນັດສາກົນ ການຄ້າ - ການທ່ອງທ່ຽວ ແລະ ການລົງທຶນແລວເສດຖະກິດຕາເວັນອອກຕາເວັນຕົກ - ດ່າໜັງ 2022 (ງານຕະຫຼາດນັດ EWEC - ດ່າໜັງ 2022).
ໄຂ​ງານ​ຕະຫຼາດ​ນັດ​ສາ​ກົນ​ການ​ຄ້າ - ການ​ທ່ອງ​ທ່ຽວ ແລະ ການ​ລົງ​ທຶນ - ແລວ​ເສດ​ຖະ​ກິດ​ຕາ​ເວັນ​ອອກຕາ​ເວັນ​ຕົກ 2022 - ảnh 1ພິທີໄຂຕະຫຼາດນັດສາກົນການຄ້າ - ການທ່ອງທ່ຽວ ແລະ ການລົງທຶນ - ແລວເສດຖະກິດຕາເວັນອອກຕາເວັນຕົກ 2022 

ງານຕະຫຼາດນັດດັ່ງກ່າວມີຮ້ານວາງສະແດງຂາຍສິນຄ້າເກືອບ 420 ຮ້ານ ຂອງວິສາຫະກິດ 235 ແຫ່ງ ມາຈາກ 27 ແຂວງ, ນະຄອນໃນທົ່ວປະເທດ ໃນນັ້ນ ມີ 8 ອົງການຈັດຕັ້ງສາກົນທີ່ມາຈາກບັນດາປະເທດ: ຈີນ, ອິນໂດເນເຊຍ, ໄທ, ຍີ່ປຸ່ນ, ສ.ເກົາຫຼີ, ອາເມລິກາ, ມຽນມາ, ລາວ. ບັນດາຜະລິດຕະພັນທີ່ໄດ້ນຳມາວາງສະແດງຂາຍລວມມີ: ເຄື່ອງໄຟຟ້າ, ເຄື່ອງເອເລັກໂຕນິກ, ອຸປະກອນເຕັກໂນໂລຢີ; ເຄື່ອງໃຊ້ສອຍ, ຜະລິດຕະພັນໄມ້, ເຄື່ອງເຟີນີເຈີ, ເຄື່ອງຫັດຖະກຳ, ການບໍລິການທ່ອງທ່ຽວ, logictics, ການສຶກສາ, ດູແລສຸຂະພາບ, ອະສັງຫາລິມະຊັບ….ກ່າວຄຳເຫັນທີ່ພິທີໄຂ, ທ່ານ ເລຈູງຈິງ, ປະທານຄະນະກຳມະການປະຊາຊົນນະຄອນ ດ່າໜັງ ໃຫ້ຮູ້ວ່າ:

        “ງານຕະຫຼາດນັດສາກົນ ການຄ້າ - ການທ່ອງທ່ຽວ ແລະ ການລົງທຶນແລວເສດຖະກິດຕາເວັນອອກຕາເວັນຕົກ ແມ່ນງານຕະຫຼາດນັດຈັດຂຶ້ນປະຈຳປີ ເຊິ່ງເລີ່ມແຕ່ປີ 2007 ມາຮອດປັດຈຸບັນ, ສ້າງເງື່ອນໄຂເພື່ອໃຫ້ບັນດາທ້ອງຖິ່ນຢູ່ຕາມແລວເສດຖະກິດຕາເວັນອອກຕາເວັນຕົກ ໄດ້ແນະນຳກ່ຽວກັບຜົນງານຂອງຕົນ ແລະ ສ້າງໂອກາດຮ່ວມມືລົງທຶນໃຫ້ແກ່ວິສາຫະກິດ, ແຂກທ່ອງທ່ຽວ, ປະຊາຊົນນະຄອນ ແລະ ບັນດາແຂວງໃນບໍລິເວນ”.

ງານຕະຫຼາດນັດນີ້ ຍັງມີຄວາມໝາຍສຳຄັນ, ປະກອບສ່ວນຊຸກຍູ້ການພົວພັນຮ່ວມມືມິດຕະພາບ ແລະ ເພີ່ມທະວີຄວາມເຂົ້າໃຈ, ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນລະຫວ່າງບັນດາປະເທດໃນແລວເສດຖະກິດຕາເວັນອອກ - ຕາເວັນຕົກ, ພິເສດແມ່ນໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ລາວ ຄົບຮອບ 60 ປີ; ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ ຄົບຮອບ 45 ປີ. ງານຕະຫຼາດນັດຈະດຳເນີນຮອດວັນທີ 08 ສິງຫາ ຈຶ່ງອັດລົງ.

ຕອບກັບ

ຂ່າວ/ບົດ​ອື່ນ