ໄຂງານຕະຫຼາດນັດເຕັດໂນໂລຢີ ແລະ ອຸປະກອນສາກົນ

ໄຂງານຕະຫຼາດນັດເຕັດໂນໂລຢີ ແລະ ອຸປະກອນສາກົນ - ảnh 1
ພິທີໄຂ​ງານ​ຕະຫຼາດ​ນັດ​ເຕັດ​ໂນ​ໂລ​ຢີ ​ແລະ ອຸປະກອນ​ສາກົນ
(ພາບ: vnexpress.net)

(vovworld) - ພິທີ​ໄຂ​ງານ​ຕະຫຼາດ​ນັດ​ເຕັດ​ໂນ​ໂລ​ຢີ ​ແລະ ອຸປະກອນ​ສາກົນຫວຽດນາມ 2012, ດ້ວຍ​ຫົວ​ຂໍ້​ວ່າ ”ຮ່ວມ​ສຳພັນ​ພ້ອມ​ກັນ​ເຊື່ອມ​ໂຍງ ​ແລະ ພັດທະນາ​ຢ່າງ​ໝັ້ນຄົງ” ​ໂດຍ​ກະຊວງ​ວິທະຍາສາດ ​ແລະ ​ເຕັດ​ໂນ​ໂລ​ຢີ ສົມທົບ​ກັບ​ຄະນະ​ກຳມະການວິທະຍາສາດ ​ແລະ ​ເຕັດ​ໂນ​ໂລ​ຢີອາ​ຊຽນ ຈັດ​ຕັ້ງ​ຂຶ້ນ​ໃນ​ຕອນ​ຄຳ່​ວັນ​ທີ 20/9, ຢູ່ ຮ່າ​ໂນ້ຍ. ງານ​ຕະຫຼາດ​ນັດ​ເຕັດ​ໂນ​ໂລ​ຢີ ​ແລະ ອຸປະກອນ​ສາກົນຫວຽດນາມ 2012 ດຶງ​ດູດ​ວິ​ສາ​ຫະກິດ​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ເກືອບ 500 ​ແຫ່ງ​ເຂົ້າ​ຮ່ວມ. ກ່າວ​ຄວາມ​ເຫັນ​ໄຂງານ​ຕະຫຼາດ​ນັດ​ເຕັດ​ໂນ​ໂລ​ຢີ ​ແລະ ອຸປະກອນ​ສາກົນຫວຽດນາມ 2012, ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Thien Nhan, ຊີ້​ແຈງ​ວ່າ:

        ”ງານ​ຕະຫຼາດ​ນັດ​ວິທະຍາສາດ ​ແລະ ເຕັດ​ໂນ​ໂລ​ຢີຫວຽດນາມ ຖືກ​ຈັດ​ຕັ້ງ​ກົງ​ກັບ​ຈຸດ​ເວລາ​ທີ່​ພັກ​ກອມ​ມູນິດ​ຫວຽດນາມ​ ພວມ​ກະກຽມ​ຮັບຮອງ​ເອົາ​ມະຕິ​ກ່ຽວ​ກັບ​ການ​ພັດທະນາວິທະຍາສາດ, ເຕັດ​ໂນ​ໂລ​ຢີ ​ເພື່ອ​ຮັບ​ໃຊ້​ໃຫ້​ແກ່​ພາລະກິດ​ຫັນ​ເປັນ​ປະ​ເທດ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ ​ໃນ​ເງື່ອນ​ໄຂ​ເສດຖະກິດ​ການ​ຕະຫຼາດ ຕາມ​ກຳນົດ​ທິດ​ສັງຄົມ​ນິຍົມ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ເຖິງ​ປີ 2030. ການ​ພັດທະນາ​ຕະຫຼາດ​ວິທະຍາສາດ ​ແລະ ເຕັດ​ໂນ​ໂລ​ຢີ ​ແມ່ນ​ມາດ​ຕະການ​​ສຳຄັນ​ທີ່​ສຸດ. ການ​ຮ່ວມ​ສຳພັນ​ພ້ອມ​ກັນ​ເຊື່ອມ​ໂຍງ ​ແລະ ພັດທະນາ​ຢ່າງ​ໝັ້ນຄົງ ​ແມ່ນ​ທິດ​ນຳ ​ແລະ ຈຸດໝາຍ​ຂອງງານ​ຕະຫຼາດ​ນັດ​ເຕັດ​ໂນ​ໂລ​ຢີ ​ແລະ ອຸປະກອນ​ສາກົນຫວຽດນາມ 2012”.

ຂ່າວ/ບົດ​ອື່ນ