![ໄຂງານບຸນ ຕະຫຼາດແຫ່ງຄວາມຮັກເຄົາວາຍ 2017 - ảnh 1](https://photo-cms-vovworld.zadn.vn/w730/uploaded/vovworld/gtnjgu/2017_04_22/cho tinh.jpg)
ຕະຫຼາດແຫ່ງຄວາມຮັກເຄົາວາຍ |
(vovworld)- ຕອນຄ່ຳວັນທີ 21/4, ຢູ່ຕາແສງເຄົາວາຍ, ເມືອງແມວຫວາກ, ແຂວງຮ່າຢາງ ໄດ້ໄຂບຸນ “ຕະຫຼາດແຫ່ງຄວາມຮັກເຄົາວາຍ” ດ້ວຍຫົວເລື່ອງ “ ອະນຸລັກ, ເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳທີ່ເປັນມູນເຊື້ອຕະຫຼາດແຫ່ງຄວາມຮັກເຄົາວາຍ. ນີ້ແມ່ນຕະຫຼາດນັດທີ່ຍ້ອງຍໍສັນລະເສີນຄວາມຮັກຂອງຄູ່ບາວສາວທີ່ສັດຊື່ບໍລິສຸດ, ມີກຳລັງແຜ່ຂະຫຍາຍໃນວົງຄະນະຍາດ. ທ່ານ ຫງວຽນວັນເຊີນ, ປະທານຄະນະກຳມະການປະຊາຊົນແຂວງຮ່າຢາງ, ຫົວໜ້າຄະນະຈັດຕັ້ງງານບຸນ ຕະຫຼາດແຫ່ງຄວາມຮັກເຄົາວາຍ ໃຫ້ຮູ້ວ່າ :
“ການ ຈັດຕັ້ງງານບຸນ ຕະຫຼາດແຫ່ງຄວາມຮັກເຄົາວາຍໃນແຕ່ລະປີ ໄດ້ປະກອບສ່ວນຍູ້ແຮງການພັດທະນາເສດຖະກິດສັງຄົມ, ຮັກສາສະຖຽນລະພາບທາງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ. ນີ້ກໍແມ່ນບ່ອນພົບປະແລກປ່ຽນບັນດາຈຸດຄວາມງາມທາງດ້ານວັດທະນະທຳພື້ນເມືອງທີ່ເປັນເອກະລັກສະເພາະຂອງບັນດາເຜົ່າເຂດພູສູງແຂວງຮ່າຢາງເວົ້າສະເພາະ ແລະ ຂອງປະເທດຊາດເວົ້າລວມ, ແນໃສ່ແນະນຳດ້ານການທ່ອງທ່ຽວພື່ອດຶດດູດແຂກທ່ອງທ່ຽວ”