ໄຂງານບຸນ ບ້ານແຊນ 2018

(VOVWORLD) - ຕອນຄ່ຳວັນທີ 17 ພຶດສະພາ, ທີ່ສະໜາມກິລາ ລາງແຊນ, ຕາແສງ ກິມລຽນ, ເມືອງ ນາມດານ ໄດ້ໄຂງານບຸນ ບ້ານແຊນ ປີ 2018.
ໄຂງານບຸນ ບ້ານແຊນ 2018 - ảnh 1ພິທີ ໄຂງານບຸນ ບ້ານແຊນ 2018

ນີ້ແມ່ນການເຄື່ອນໄຫວທີ່ມີຄວາມໝາຍ ເພື່ອສະເຫຼີມສະຫຼອງ 128 ປີແຫ່ງວັນຄ້າຍວັນເກີດປະທານ ໂຮ່ຈີມິນ (19/05/1890 – 19/05/2018). ກ່າວຄຳເຫັນທີ່ພິທີໄຂ, ທ່ານ ເລມິງທົງ ຮອງປະທານຄະນະກຳມະການປະຊາຊົນແຂວງ ເງະອານ ກ່າວວ່າ:

        “ໄຂງານບຸນ ບ້ານແຊນ ປີ 2018 ຢູ່ບ້ານເກີດເມືອງນອນຂອງປະທານ ໂຮ່ຈີມິນ ແມ່ນໂອກາດເພື່ອໃຫ້ປະຊາຊົນໃນທົ່ວປະເທດເວົ້າລວມ, ອົງຄະນະພັກປະຊາຊົນແຂວງ ເງະອານ ເວົ້າສະເພາະ ສະແດງຄວາມເຄົາລົບນັບຖື, ຄວາມຮູ້ບຸນຄຸນຢ່າງລົ້ນເຫຼືອສຳລັບປະທານ ໂຮ່ຈີມິນ, ປະກອບສ່ວນຍູ້ແຮງການຮ່ຳຮຽນ ແລະ ປະຕິບັດຕາມຄຸນສົມບັດ, ແບບແຜນການດຳລົງຊີວິດຂອງປະທານ ໂຮ່ຈີມິນ. ນີ້ກໍ່ແມ່ນໂອກາດ ເພື່ອໃຫ້ທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບມີຄວາມຮັບຮູ້ລະອຽດກ່ວາ ກ່ຽວກັບຄວາມຮັບຜິດຊອບຂອງຕົນໃນການເສີມຂະຫຍາຍມູນເຊື້ອຮັກຊາດ, ສິນທຳກິນເຂົ້າຄິດຮອດຄຸນນາ ກິນປາຄິດຮອດຄຸນນ້ຳ, ປັບປຸງ ແລະ ກໍ່ສ້າງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ ເພື່ອພາລະກິດປະຊາຊົນຮັ່ງມີ ປະເທດເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳ, ສີວິໄລ”.

ຕອບກັບ

ຂ່າວ/ບົດ​ອື່ນ