ໄຂງານບຸນ ເວີຍບ່າຈົວຊື້ ພູ ຊາມ ປີ 2024

(VOVWORLD) - ງານບຸນປີນີ້ຈະແກ່ຍາວຮອດວັນທີ 03 ມິຖຸນາ.
ໄຂງານບຸນ ເວີຍບ່າຈົວຊື້ ພູ ຊາມ ປີ 2024 - ảnh 1(ທ່ານ ເລວັນເຟືອກ, ຮອງປະທານຄະນະກຳມະການປະຊາຊົນແຂວງ ອານຢາງ)

        ຕອນຄ່ຳວັນທີ 28 ພຶດສະພາ, ຢູ່ນະຄອນ ເຈົາດົກ, ຄະນະກຳມະການປະຊາຊົນແຂວງ ອານຢາງ ໄດ້ຈັດພິທີໄຂງານບຸນ ເວີຍບ່າຈົວຊື້ ພູ ຊາມ, ສະເຫຼີມສະຫຼອງ 10 ປີແຫ່ງງານບຸນ ເວີຍບ່າຈົວຊື້ ພູ ຊາມ ໄດ້ນຳເຂົ້າບັນຊີລາຍຊື່ມໍລະດົກວັດທະນະທຳບໍ່ເປັນວັດຖຸລະດັບຊາດ (2014 – 2024).

        ງານບຸນປີນີ້ຈະແກ່ຍາວຮອດວັນທີ 03 ມິຖຸນາ. ໃນຊຸມມື້ຈັດງານບຸນ, ຄະນະກຳມະການປະຊາຊົນນະຄອນ ເຈົາດົກ ໄດ້ຈັດການເຄື່ອນໄຫວວັດທະນະທຳ, ສິລະປະຫຼາຍຢ່າງເພື່ອຮັບໃຊ້ປະຊາຊົນ ແລະ ແຂກທ່ອງທ່ຽວ. ທ່ານ ເລວັນເຟືອກ, ຮອງປະທານຄະນະກຳມະການປະຊາຊົນແຂວງ ອານຢາງ, ໃຫ້ຮູ້ວ່າ:

        “ຜ່ານງານບຸນນີ້, ແຂວງ ອານຢາງ ປາດຖະໜາຢາກນຳເຫດການດັ່ງກ່າວໃຫ້ກາຍເປັນການເຄື່ອນໄຫວວັດທະນະທຳທ່ອງທ່ຽວຂອບຂະໜາດໃຫຍ່, ມຸ່ງໄປເຖິງການສ້າງຜະລິດຕະພັນທ່ອງທ່ຽວວັດທະນະທຳແຂວງ ອານຢາງ, ບົນພື້ນຖານບັນດາຄຸນຄ່າວັດທະນະທຳຂອງຊາດ, ຍູ້ແຮງການເຄື່ອນໄຫວພົບປະແລກປ່ຽນ, ສ້າງໂອກາດເພື່ອເຊື່ອມຕໍ່ມໍລະດົກວັດທະນະທຳກັບທ້ອງຖິ່ນຕ່າງໆໃນທົ່ວປະເທດ”.

ຕອບກັບ

ຂ່າວ/ບົດ​ອື່ນ