ໄຂງານບຸນກາເຟ ບວນມາທວດ ຄັ້ງທີ 4

ໄຂງານບຸນກາເຟ ບວນມາທວດ ຄັ້ງທີ 4 - ảnh 1
ງານ​ບຸນ​ກາ​ເຟ ບວນມາ​ທວດ ຄັ້ງ​ທີ 4 ປີ 2013
(ພາບ: chinhphu.vn)


(vovworld) -     ​ໃນ​ຕອນ​ຄໍ່າ​ວັນ​ທີ 09/03, ງານ​ບຸນ​ກາ​ເຟ ບວນມາ​ທວດ ຄັ້ງ​ທີ 4 ປີ 2013 ດ້ວຍ​ຫົວ​ຂໍ້​ວ່າ “ກາ​ເຟບວນມາ​ທວດ ​ຮ່ວມສຳພັນ ​ແລະ ພັດທະນາ”ໄດ້ຖືກ​ຈັດ​​ຂຶ້ນຢູ່​ແຂວງ​ດັກ​ລັກ​ຢ່າງ​ເປັນ​ທາງ​ການ. ​ໃນ​ລະຫວ່າງ​ວັນ​ທີ 9 – 12/03, ງານ​ບຸນ​ກາ​ເຟ ບວນມາ​ທວດ ບໍ່​ພຽງ​ແຕ່​ເພື່ອ​ເຊີດ​ຊູ​ຕົ້ນ​ກາ​ເຟ, ​ເຊິ່ງ​ແມ່ນ​ຕົ້ນ​​ໄມ້​ຊະ​ນິດສຳຄັນ​ທີ່​ສຸດ​ໃນ​​ໂຄງ​ປະກອບ​ຜົນລະປູກ​ຢູ່​ທ້ອງ​ຖິ່ນ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ເຫດການ​ວັດທະ​ນະ​ທຳ​ເຊິ່ງ​​​ໄດ້​ຈັດ​ຕັ້ງຂຶ້ນ​ດ້ວຍຂອບ​ຂະໜາດ​ໃຫຍ່ ​ເພື່ອ​ຕ້​ອນຮັບ​ບັນດາ​ນັກ​ລົງທຶນ, ​ແຂກ​ມາ​ຊົມ. ​ໃນ​ຂອບ​​ເຂດ​ຂອງ​ງານ​ບຸນ, ແຂກ​ທ່ອງ​ທ່ຽວ​ໄດ້ຊິມ​ລັດຊາດພິເສດຂອງກາ​ເຟຢູ່ຮ້າຍ​ກາ​ເຟ 20 ແຫ່ງທີ່​ມີ​ຊື່​ສຽງ​ໃນ​ທົ່ວນະຄອນ​ບວນມາ​ທວດ ​ໂດຍ​ບໍ່​ເສຍ​ຄ່າ.

ແລະ​ກໍ​ໃນ​ວັນ​ດຽວ​ກັນ, ຢູ່​ນະ​ຄອນ​ບວນມາ​ທວດ, ​ໄດ້​ໄຂ​ງານ​ຕະຫຼດນັດ​ສະ​ເພາະ​ກ່ຽວ​ກັບຂະແໜງກາ​ເຟ ​ແລະ ຜະລິດ​ຕະພັນ​ເຄື່ອງໝາຍ​ການ​ຄ້າ​ຫວຽດນາມ​. ທ່ານ ​ເລືອ​ງວັນ​ຕື້, ປະທານ​ສະມາຄົມ​ກາ​ເຟ, ກາ​ກາວ ຫວຽດນາມ ​ໃຫ້​ຮູ້​ວ່າ.

“ສິ່ງທີ່​ເຮົາ​ເຫັນ​ໄດ້​ງ່າຍ​ວ່າ ຈຳນວນ​ວິ​ສາ​ຫະກິດ​ເຂົ້າ​ຮ່ວມ​ງານ​ຕະຫຼາດ​ນັບ​ມື້​ນັບ​ຫຼາຍ​ຂຶ້ນ ພາຍ​ຫລັງ​ໄດ້​​​ຈັດ​ຕັ້ງ​ເປັນ 4 ຄັ້ງ. ວິ​ສາ​ຫະກິດ​ຕ່າງປະ​ເທດ​ກໍ​ເຂົ້າ​ຮ່ວມ​ຫຼາຍ​ກວ່າ. ທີ 2 ​ແມ່ນ, ຜະລິດ​ຕະພັນ​ກາ​ເຟ ນັບ​ມື້​ນັບ​ອຸດົມສົມ​ບຸນ​ກວ່າ. ມີ​ຫຼາຍ​ວິ​ສາ​ຫະກິດ​​ໄດ້​ມີ​ຜະລິດ​ຕະພັນ​ປຸງ​​ແຕ່ງ. ຂ້າພະ​ເຈົ້າ​ຖື​ວ່າ​ນີ້​ແມ່ນ​ບັນດາ​ບາດກ້າວ​ທີ່​ສຳຄັນ, ຜ່ານ​ນັ້ນ ສາມາດ​ເຫັນ​ໄດ້​ຄຸນ​ນະພາ​ບຂອງ​ກາ​ເຟທີ່​ນັບ​ມື້​ນັບ​ເພີ່ມ​ຂຶ້ນ ​ແລະ ​ຜູ້​ປູກກາ​ເຟໄດ້ເອົາໃຈ​ໃສ່​​ເຖິງມູນ​ຄ່າ​ເພີ່ມ​​ກວ່າ ​ເພື່ອ​ຍົກ​ມູນຄ່າກາ​ເຟ​ຫວຽດນາມ”.

ງານ​ຕະຫຼາດນັດ​ຂະແໜງ​ກາ​ເຟ ​ແລະ ຜະລິດ​ຕະພັນ​​ເຄື່ອງໝາຍ​ການ​ຄ້າ​ຫວຽດນາມ ຄັ້ງ​ນີ້ ​ໄດ້​ດຶງ​ດູດ​ກວ່າ 200 ວິ​ສາ​ຫະກິດ​ທັງຢູ່ພາຍ​ໃນ ​ແລະ ຕ່າງປະ​ເທດ ທີ່​ເຂົ້າ​ຮ່ວມ​ການວາງສະ​ແດງ​ຜະລິດ​ຕະພັນ​ດ້ວຍຮ້ານວາງສະແດງ 720 ຮ້ານ.

ຂ່າວ/ບົດ​ອື່ນ