ໄຂງານບຸນຍິງບັ້ງໄຟດອກສາກົນ ດ່ານັ້ງ - DIFF 2023

(VOVWORLD) - ງານບຸນ DIFF 2023 ດຳເນີນໄປແຕ່ວັນທີ 02 ມິຖຸນາ - 08 ສິງຫາ, ຢູ່ເວທີຍິງບັ້ງໄຟດອກຢູ່ແຄມແມ່ນ້ຳ ຮ່ານ.
ໄຂງານບຸນຍິງບັ້ງໄຟດອກສາກົນ ດ່ານັ້ງ - DIFF 2023 - ảnh 1(ທ່ານ ເລຈູງຈິງ, ປະທານຄະນະກຳມະການປະຊາຊົນນະຄອນ ດ່ານັ້ງ)

        ຕອນຄ່ຳວັນທີ 02 ມິຖຸນາ,  ງານບຸນຍິງບັ້ງໄຟດອກສາກົນ ດ່ານັ້ງ - DIFF 2023 ໄດ້ໄຂຂຶ້ນຢ່າງເປັນທາງການ ຢູ່ເຂດແມ່ນ້ຳ ຮ່ານ, ດ່ານັ້ງ. ດ້ວຍຫົວຂໍ້ “ນຳສັນຕິພາບມາສູ່ມະນຸດ”, ຄ່ຳຄືນໄຂງານບຸນ DIFF 2023 ນຳມາເຊິ່ງລາຍການສະແດງສິລະປະທີ່ເປັນເອກະລັກສະເພາະ, ພ້ອມກັບການຍິງບັ້ງໄຟດອກຂອງ 2 ທິມ ຫວຽດນາມ ແລະ ແຟງລັງ.

        ກ່າວຄຳເຫັນທີ່ພິທີໄຂ, ທ່ານ ເລຈູງຈິງ, ປະທານຄະນະກຳມະການປະຊາຊົນນະຄອນ ດ່ານັ້ງ, ເນັ້ນໜັກວ່າ: ງານບຸນຍິງບັ້ງໄຟດອກສາກົນແມ່ນຄວາມເອກອ້າງທະນົງໃຈຂອງ ດ່ານັ້ງ, ພ້ອມທັງກໍ່ແມ່ນສິ່ງທ້າທາຍເພື່ອໃຫ້ນະຄອນມານະພະຍາຍາມບືນຕົວຂຶ້ນຢ່າງບໍ່ຢຸດຢັ້ງ, ສືບຕໍ່ຍົກສູງຄຸນນະພາບການຈັດຕັ້ງ.

        “ງານບຸນຍິງບັ້ງໄຟດອກສາກົນ ດ່ານັ້ງ ປີ 2023 ແມ່ນງານບຸນພິເສດ ຍ້ອນພວກຂ້າພະເຈົ້າ ແລະ ພວກເພື່ອນຕ້ອງລໍຖ້າເປັນເວລາ 3 ປີທີ່ຖືກຕັດຕອນ. ພວກຂ້າພະເຈົ້າຫວັງວ່າ, ງານບຸນ DIFF 2023 ດ້ວຍຫົວຂໍ້ວ່າ “ໂລກບໍ່ມີໄລຍະຫ່າງ” ຈະແມ່ນຂົວເຊື່ອມຕໍ່ຊ່ວຍໃຫ້ທຸກໆຄົນ ພ້ອມກັນໄດ້ຮັບຊົມຄຸນຄ່າສິລະປະ, ບັນດາຈຸດຄວາມງາມດ້ານວັດທະນະທຳ, ພ້ອມກັນມຸ່ງໄປເຖິງຄວາມຄາດຫວັງສັນຕິພາບ, ວັດທະນາຖາວອນ”.

        ງານບຸນ DIFF 2023 ດຳເນີນໄປແຕ່ວັນທີ 02 ມິຖຸນາ - 08 ສິງຫາ, ຢູ່ເວທີຍິງບັ້ງໄຟດອກຢູ່ແຄມແມ່ນ້ຳ ຮ່ານ.

ຕອບກັບ

ຂ່າວ/ບົດ​ອື່ນ