ໄຂງານບຸນດອກຝາງແດງ ຫາຍຟ່ອງ 2023

(VOVWORLD) - ຫາຍຟ່ອງ ຖືຄຸນຄ່າວັດທະນະທຳ ແລະ ຊີວິດທາງດ້ານຈິດໃຈຂອງປະຊາຊົນເປັນສຳຄັນ, ທັງແມ່ນກຳລັງໜູນ, ທັງແມ່ນແຫຼ່ງບັນດານຂອງການພັດທະນາ.
ໄຂງານບຸນດອກຝາງແດງ ຫາຍຟ່ອງ 2023 - ảnh 1ງານບຸນດອກຝາງແດງປີ 2023
(ພາບ: TTXVN)

ເນື່ອງໃນໂອກາດສະເຫຼີມສະຫຼອງ 68 ປີແຫ່ງວັນປົດປ່ອຍ ຫາຍຟ່ອງ (13 ພຶດສະພາ 1955 – 13 ພຶດສະພາ 2023), ງານບຸນດອກຝາງແດງປີ 2023 ດ້ວຍຫົວຂໍ້ “ຫາຍຝ່ອງ - ເຂດປາກທະເລແສງສະຫວ່າງ” ຖືກໄຂຂຶ້ນໃນຕອນຄ່ຳວັນທີ 13 ພຶດສະພາຢູ່ນະຄອນ ຫາຍຟ່ອງ, ໂດຍມີການເຂົ້າຮ່ວມຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈີງ.

ກ່າວຄຳເຫັນທີ່ພິທີໄຂ, ທ່ານປະທານຄະນະກຳມະການປະຊາຊົນນະຄອນ ຫາຍຟ່ອງ ຫງວຽນວັນຕຸງ ຢືນຢັນວ່າ, ຫາຍຟ່ອງ ຖືຄຸນຄ່າວັດທະນະທຳ ແລະ ຊີວິດທາງດ້ານຈິດໃຈຂອງປະຊາຊົນເປັນສຳຄັນ, ທັງແມ່ນກຳລັງໜູນ, ທັງແມ່ນແຫຼ່ງບັນດານຂອງການພັດທະນາ. ສະນັ້ນ, ງານບຸນນີ້ໄດ້ຈັດຂຶ້ນແຕ່ປີ 2012. ທ່ານໃຫ້ຮູ້ວ່າ, ຫາຍຟ່ອງ ໄດ້ ແລະ ພວມສຸມໃສ່ກໍ່ສ້າງລະບົບຄົມມະນາຄົມເຊື່ອມຕໍ່ເຂດເພື່ອເປີດກວ້າງເຂດເສດຖະກິດ, ເປີດກວ້າງເຂດຕົວເມືອງມຸ່ງໄປເຖິງທະເລ; ສູ້ຊົນກາຍເປັນທ້ອງຖິ່ນນຳໜ້າໃນທົ່ວປະເທດໃນພາລະກິດຫັນປະເທດຊາດເປັນປະເທດອຸດສາຫະກຳ, ທັນສະໄໝ ແລະ “ກາຍເປັນກຳລັງໜູນພັດທະນາຂອງທົ່ວປະເທດ” ຢ່າງແທດຈິງ.

ພ້ອມກັບລາຍການສະແດງສິລະປະ “ຫາຍຝ່ອງ - ເຂດປາກທະເລແສງສະຫວ່າງ”, ງານບຸນປີນີ້ຍັງມີກ່ວາ 120 ເຫດການ ແລະ ການເຄື່ອນໄຫວສະໜັບສະໜູນດ້ານເສດຖະກິດ, ວັດທະນະທຳ, ກິລາກາຍຍະກຳ, ທ່ອງທ່ຽວເຊິ່ງໄດ້ຈັດຂຶ້ນຢູ່ຫຼາຍເຂດຂອງນະຄອນ.

ຕອບກັບ

ຂ່າວ/ບົດ​ອື່ນ