ໄຂງານບຸນດອກໄມ້ປີໃໝ່ປີລະກາ2017ຢູ່ນະຄອນໂຮ່ຈີມິນ

ໄຂງານບຸນດອກໄມ້ປີໃໝ່ປີລະກາ2017ຢູ່ນະຄອນໂຮ່ຈີມິນ - ảnh 1
ຮູບ​​ພາບ​ຝູງ​ໄກ່​ທີ່​ສະ​ແດງ​ໃຫ້​ເຫັນ​​ຄວາມ​ອຸ​ດົມ​ສົມ​ບູນ, ​ຄວາມອົບ​ອ​ຸ່ນ

(vovworld) - ​​ຕອ​ນ​ຄ່ຳ​ວັນ​ທີ 22/1, ງານ​ບຸນດອກ​ໄມ້​​ລະ​ດູ​ບານ​ໃໝ່​ປີ​ລະ​ກາ 2017ຢູ່​ນະ​ຄອນ ໂຮ່​ຈີ​ມິນ ໄດ້​ໄຂ​ຂຶ້ນ​ຢູ່​ສວນ​ສາ​ທາ​ລະ​ນະ ຕາວ​ດານ, ເມືອງ 1, ດ້ວຍ​ຫົວ​ຂໍ​້​ວ່າ “ນະ​ຄອນ​ໃສ່​ຊື່​ລູງ​ໂຮ່ - ຄວາມ​ຫວັງ​ທີ່​ສະ​ຫວ່າງ​ສະ​ໄຫວ”. ສະ​ມາ​ຄົມ​ດອກ​ໄມ້​ລະ​ດູ​ບານ​ໃໝ່​ໄດ້​ນຳ​ມາ​ວາງ​ສະ​ແດງວັດ​ຖຸ​ພັນ​ທີ່​​​ມີ​ສີ​ສັນ ແລະ ເປັນເອ​ກະ​ລັກ​ສະ​ເພາ​ະກ່​ວາ 4.000 ຢ່າງ​ຈາກ​ທຸກ​ແຖບ​ຖິ່ນໃນ​ປ​ະ​ເທດ​ຊາດ, ມີຫຼາຍ​ວັດ​ຖຸ​ພັນ​ເປັນ​ຄັ້ງ​ທຳ​ອິດ​​ທີ່ໄດ້​​ນຳ​ມາ​ວາງ​ສະ​ແດງ​ໃຫ້​ມວນ​ຊົນໄດ້​​ຮັບ​ຊົມ. ເຂດ​ວາງ​ສະ​ແດງ ແລະ ​ເຂດ​ເຂົ້າ​ຮ່ວມ​ການແຂ່ງ​ຂັນ​ດອ​ກ​ໄມ້​, ​ຕົ້ນ​ໄມ້​ປະ​ດັບ​ທີ່​ງານ​ບຸນດອກ​ໄມ້​ລະ​ດູ​ບານ​ໃໝ່ນະ​ຄອນ ໂຮ່​ຈີ​ມິ​ນ ປີນີ້​ໄດ້​ເຕົ້າ​ໂຮມ​ດອກ​ໄມ້ຫຼາຍ​​ຊະ​ນິດ​ຄື​: ດອກ​ເໝີຍ, ດອກກ້ວຍ​ໄມ້, ດອກ​ລ​ັ່ນ​ທົມ, ດອກ​ໄມ້​ປະ​ດັບ, ດອ​ກ​ໄມ້ ແລະ ຕົ້ນ​ໄມ້​ປະ​ດັບທີ່​ຫາ​ຍາກ… ໃນ​ນັ້ນ​ມີ​​ຊຸດ​ຕົ້ນ​ໄມ້​ປະ​ດັບ​ເຊິ່ງ​ບັນ​ດາ​ນັກສິ​ລະ​ປະ​ໄດ້​ນຳ​ເຂົ້າ​ຈາກ ຍີ່​ປຸ່ນ, ເປັນ​ເອ​ກະ​ລັກ​ສະ​ເພາະ ແລະ ປະຫຼາດ​ທີ່​ສຸດ​ແມ່ນ​ຕົ້ນ​ພ້າວ 3 ຍອດ, ຕົ້ນ​ໝາກ​ຂາມ​ໃຫຍ່, ນອກ​ນັ້ນ​ຍັງ​ມີ​ຕົ້ນ​ໄມ້​ປະ​ດັບຫ​າ​ຍາກຫຼາຍ​ຊະ​ນິດ. ພິ​ເສດ, ສັນ​ຍາ​ລັກ​ປີ​ລະ​ກາ ແມ່ນ​ຮູບ​​ພາບ​ຝູງ​ໄກ່​ທີ່​ສະ​ແດງ​ໃຫ້​ເຫັນ​​ຄວາມ​ອຸ​ດົມ​ສົມ​ບູນ, ​ຄວາມອົບ​ອ​ຸ່ນ. ໃນ 12 ວັນ, ສະ​ມາ​ຄົມ​ດອກ​ໄມ້​ລະ​ດູ​ບານໃໝ່​ໄດ້​​ດຳ​ເນີນຫຼາຍ​ລາຍ​ການ​ທີ່​​ຈັບ​ອົກ​ຈັບ​ໃຈ​ຄື: ການ​ເສັງ​ຈັດດອກ​ໄມ້​ສິ​ລະ​ປະ, ການ​ຟ້ອນ​ລຳ​ທຳ​ເພງ, ການ​ສະ​ແດງ​​ເຊີດ​ສິງ​ໂຕ…


ຂ່າວ/ບົດ​ອື່ນ