ໄຂງານບຸນຕັ້ງຄ້າຍຂອງ ນັກອາສາສະໝັກ, ຊາວໜຸ່ມ, ເຍົາວະຊົນ ສະພາກາແດງທົ່ວປະເທດ

ໄຂງານບຸນຕັ້ງຄ້າຍຂອງ ນັກອາສາສະໝັກ, ຊາວໜຸ່ມ, ເຍົາວະຊົນ ສະພາກາແດງທົ່ວປະເທດ - ảnh 1
ຜູ້​ແທນ​ເຂົ້າຮ່ວມງານ​ບຸນ​ຕັ້ງຄ້າຍ​

(ພາບ:baohomnay.com)

(vovworld)-​ຕອນ​ເຊົ້າວັນ​ທີ 2/8, ຢູ່​ທ່າ​ກຳ​ປັ່ນ​ຍ່າຣົ່ງ ນະຄອນ​ໂຮ່ຈິ​ມິນ, ງານ​ບຸນ​ຕັ້ງຄ້າຍ​ຂອງ​ນັກ​ອາສາ​ສະໝັກ, ຊາວ​ໜຸ່ມ, ​ເຍົາວະ​ຊົນ​ສະພາກາ​ແດງ​ທົ່ວ​ປະ​ເທດຄັ້ງທີ 4 ປີ 2013 ​ໄດ້​ໄຂ​ຂຶ້ນ​ໂດຍ​ມີ​ການ​ເຂ​ົ້າຮ່ວມ​ຂອງນັກ​ອາສາ​ສະໝັກ, ຊາວ​ໜຸ່ມ, ​ເຍົາວະ​ຊົນ​ດີ​ເດັ່ນ​ໃນ​ທົ່ວ​ປະ​ເທດ​ເກືອບ 600 ຄົນ. ພິ​ເສດ, ງານ​ບຸນ​ຕັ້ງຄ້າຍປີ​ນີ້​ຍັງ​ມີ​ການ​ເຂົ້າຮ່ວມ​ຂອງ 6 ຄະນະ​ຜູ້​ແທນ​ສາກົນ​ມາ​ຈາກ​ສະພາກາ​ແດງ, ສະພາ​ກາ​ຊິກ​ດົງ​ເດືອນ​ແດງ​ຂອງ​ມາ​ເລ​ເຊຍ, ມານ​ດີ​ເວີ, ລາວ, ຍີ່ປຸ່ນ, ສິງ​ປະ​ໂປ ​ແລະ ​ໄທ. ທີ່​ງານ​ບຸນ​ຕັ້ງຄ້າຍ, ບັນດາ​ຜູ້​ເຂົ້າຮ່ວມ​ໄດ້​ຫວນ​ຄືນ​ປະຫວັດສາດ​ອັນ​ສະຫງ່າ​ອົ່ງ​ອາດ​ຂອງ​ຊາດ, ສະ​ແດງ​ໃຫ້​ເຫັນ​ບົດບາດ, ກຳລັງ​ໜຸ່ມ, ທັກ​ສະ​ໃນການ​​ເຄື່ອນ​ໄຫວ​ລວມໝູ່, ການ​ສຳ​ພັດ​ກັບ​ຕ່າງປະ​ເທດ, ການ​ແບ່ງປັນ​ໃນ​ປະຊາ​ຄົມ​ຜ່ານ​ການ​ເຄື່​ອນ​ໄຫວ​ຕ່າງໆ…ຕາມ​ທ່ານ​ຫງວຽນ​ຫາຍ​ເດື່ອງ, ປະທານ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ສະພາກາ​ແດງ​ຫວຽ​ດນາມ ​ແລ້ວ, ດ້ວຍ​ຫົວ​ເລື່ອງ ”ການ​ກະທຳ​ເພື່ອ​ຄວາມ​ມະນຸດສະທຳ”, ງານ​ບຸນ​ຕັ້ງຄ້າຍ​ປີ​ນີ້ ​ແມ່ນ​ໂອກາດ​ເຊີດ​ຊູ​ບັນດາ​ຄຸນຄ່າ​ມະນຸດສະທຳ​ຂອງ​ກຳລັງນັກ​ອາສາ​ສະໝັກ, ຊາວ​ໜຸ່ມ, ​ເຍົາວະ​ຊົນ​​ສະພາ​ກາ​ແກງ​ໃນ​ຊຸມ​ປີຜ່ານມາ. ນີ້​ກໍ່​ແມ່ນ​ໂອກາດ​ເພື່ອ​ແບ່ງປັນ, ຮ່ຳຮຽນ​ເອົາ​ບົດຮຽນ​ຂອງ​ເພື່ອ​ນມິດ​ພາຍ​ໃນ ​ແລະ ຕ່າງປະ​ເທດ.

 

ຂ່າວ/ບົດ​ອື່ນ