ໄຂງານບຸນຕ່າງໆຍາມລະດູບານໃຫມ່ໃນທົ່ວປະເທດ

(VOVWORLD) -ວັນທີ 25 ກຸມພາ (ວັນທີ 10 ເດືອນຈຽງປີຈໍ 2018), ຢູ່ ສູນວັດທະນະທຳ ຈຸກເລີມອຽນຕື໋ ແຂວງ ກວ໋າງນີງ ໄດ້ດຳເນີນພິທີໄຂງານບຸນຍາມລະດູບານໃຫມ່ ອຽນຕື໋ ປີ 2018. 
ໄຂງານບຸນຕ່າງໆຍາມລະດູບານໃຫມ່ໃນທົ່ວປະເທດ - ảnh 1 ບັນດາຜູ້ແທນເຂົ້າຮ່ວມພິທີໄຂງານບຸນງ້ວາເວີນ

ນີ້ແມ່ນເຫດການນອນໃນບັນດາການເຄື່ອນໄຫວຕອບສະຫນອງປີທ່ອງທ່ຽວແຫ່ງຊາດ 2018 - ຮ້າລອງ - ກວ໋າງນີງ. ທ່ານນາງ ດັ້ງທີງອກທິ້ງ, ຮອງປະທານປະເທດຫວຽດນາມ ໄດ້ເຂົ້າຮ່ວມພິທີໄຂ. ກ່ອນຫນ້ານັ້ນ ວັນທີ 24 ກຸມພາ, ຢູ່ເທດສະບານ ດົງຈຽວ ແຂວງ ກວ໋າງນີ້ງ ງານບຸນ ງ້ວາເວີນ ຍາມລະດູບານໃຫມ່ປີ 2018 ກໍ່ຖືກໄຂຂຶ້ນຢູ່ເຂດປູຊະນີຍະສະຖານແຫ່ງຊາດພິເສດ ສະໄຫມລາດຊະວົງເຈີນ.  ນີ້ແມ່ນການເຄື່ອນໄຫວມີຄຸນຄ່າດ້ານວັດທະນະທຳມະນຸດຢ່າງເລິກເຊິ່ງ, ມີຄວາມໝາຍອວ່າຍຫນ້າເມືອຫາກົກເຄົ້າເຫງົ້າກໍ່, ແມ່ນໂອກາດເພື່ອໃຫ້ປະຊາຊົນທຸກຊັ້ນວັນນະຢູ່ພາຍໃນແຂວງ ແລະ ມາຈາກທຸກສາລາທິດມາຖະຫວາຍທູບທຽນ ສະແດງຄວາມເຄົາລົບນັບຖື, ຄວາມຮູ້ບຸນຄຸນຕໍ່ພະພຸດເຈົ້າຊີວິດ ເຈີນເຍີນຕົງ ແລະ ເຊີດຊູບັນດາຄຸນຄ່າແນວຄິດຂອງນິກາຍຈຸກເລີມ, ພາວະນາຂໍໃຫ້ປີໃຫມ່ມີໂຊກມີໄຊ ມີຄວາມຢູ່ເຢັນເປັນສຸກ.

ໃນວັນດຽວກັນ ຢູ່ ຕາແສງ ຫວີງທິ້ງ ເມືອງ ຮ່ວາບີງແຂວງ ບາກລຽວກໍ່ໄດ້ດຳເນີນງານບຸນ ງີງອົງ ຊື່ງແມ່ນງານບຸນປະເພນີຂອງຊາວປະມົງຢູ່ເຂດແຄມທະເລ ຖືກຈັດຂຶ້ນປະຈຳປີ ເພື່ອແນໃສ່ພາວະນາຂໍໃຫ້ດິນຟ້າເອື້ອອຳນວຍຄວາມສະດວກ ຊ່ວຍໃຫ້ເຂົາເຈົ້າໄປຫາກຸ້ງຫາປາໄດ້ຮັບຜົນດີ.

ຕອບກັບ

ຂ່າວ/ບົດ​ອື່ນ