ໄຂງານບຸນນະຄອນໂຮ່ຈີມິນ - ເຊື່ອມໂຍງ ແລະ ພັດທະນາປີ 2016

ໄຂງານບຸນນະຄອນໂຮ່ຈີມິນ - ເຊື່ອມໂຍງ ແລະ ພັດທະນາປີ 2016 - ảnh 1
(ພາບປະກອບ)

(vovworld) - ຕອນ​ຄ່ຳ​ວັນ​ທີ 01/12 ຄະນະ​ກຳມະການ​ປະຊາຊົນ​ນະຄອນ ​ໂຮ່ຈີ​ມິນ ​ໄຂ​ງານ​ບຸນ​ນະຄອນ ​ໂຮ່ຈີ​ມິນ - ​ເຊື່ອ​ມ3pງ ​ແລະ ພັດທະນາ​ປີ 2016 ຢູ່​ສວນສາທາລະນະ 30/04 ​ເມືອງ 1. ນີ້​ແມ່ນ​ຄັ້ງ​ທີ 4 ທີ່ງານ​ບຸນ​ໄດ້​ຮັບ​ການຈັດ​ຕັ້ງ​ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ສະຖານກົງສູນ​ບັນດາ​ປະ​ເທດ, ອົງການ​ຈັດ​ຕັ້ງ​ສາກົນ, ວິ​ສາ​ຫະກິດ, ນັກ​ສຶກສາ​ຕ່າງປະ​ເທດ​ພວມ​ດຳລົງ​ຊີວິດ ​ແລະ ຮ່ຳຮຽນ​ຢູ່​ນະຄອນ ​ໂຮ່ຈີ​ມິນຈຳ​ນວນ 25 ຄົນ.

        ກ່າວ​ຄຳ​ເຫັນ​ທີ່​ງານ​ບຸນ ທ່ານ ຫງວຽນ​ແທງ​ຟອງ ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ ​ໂຮ່ຈີ​ມິນ ​ໃຫ້​ຮູ້​ວ່າ ນະຄອນ​ມີ​ການ​ພົວພັນ​ມິດຕະພາບ​ຮ່ວມ​ມື​ກັບ 44 ​ທ້ອງ​ຖິ່ນ​ຂອງ​​ເຂດຕ່າງໆຂຶ້ນ​ກັບ 5 ທະວີບ ​ແລະ ບັນລຸ​ໄດ້ຜົນ​ງານ​ແທ​ດຈິງ​ຫລາຍ​ຢ່າງ, ປະກອບສ່ວນ​ເຂົ້າ​ຈຸດໝາຍ​ກໍ່ສ້າງ​ນະຄອນ​ມີ​ຄຸນ​ນະພາ​ບດ້ານ​ຊີວິດ​ດີ, ທັນ​ສະ​ໄໝ, ສີວິ​ໄລ, ມີຄວາມ​ຮັກ​ແພງ. ພິ​ເສດ​ແມ່ນ​ປະຊາ​ຄົມ​ຊາວ​ຕ່າງປະ​ເທດ​ພວມ​ດຳລົງ​ຊີວິດ, ຮ່ຳຮຽນ ​ແລະ ​ເຮັດ​ວຽກ​ຢູ່​ນະຄອນ ​ໂຮ່ຈີ​ມິນ ​ໄດ້ ​ແລະ ພວມ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ການ​ພັດທະນາ​ຂອງ​ນະຄອນ. ທ່ານ ຫງວຽນ​ແທງ​ຟອງ ປາດ​ຖະໜາ​ຢາກ​​ໃຫ້ປະຊາ​ຄົມ​ຊາວ​ຕ່າງປະ​ເທດ​ສືບ​ຕໍ່​ຮ່ວມ​ເດີ​ນທາງ​ກັບ​ຊາວນະຄອນ​ໃນ​ການ​ກໍ່ສ້າງ, ປົກ​ປົກ​ຮັກສາ ​ແລະ ພັດທະນາ​ນະຄອນ ​ໃຫ້ກາຍ​ເປັນ​ແຫ່ງ​ທີ່ດູດ​ດື່ມ ​ແລະ ​ເປັນຈຸດມັດ​ພົບທີ່​ດີຂອງທຸກ​ຄົນ.

 

 

ຂ່າວ/ບົດ​ອື່ນ