ໄຂ​ງານ​ບຸນ​ນ້ຳ​ຕົກ​ຕາດ ບ້ານ​ຢົກ​ປີ 2023

(VOVWORLD) - ງານບຸນນ້ຳຕົກຕາດ ບ້ານຢົກປີ 2023 ແມ່ນການເຄື່ອນໄຫວສຳຄັນເພື່ອໂຄສະນາ, ແນະນຳຄວາມງາມຂອງເຂດດິນແດນ ກາວບັ່ງ ກັບແຂກທ່ອງທ່ຽວ ພາຍຫຼັງໄດ້ຮັກສານາມມະຍົດສວນສາທາລະນະທໍລະນີທົ່ວໂລກສຳເລັດ.
ໄຂ​ງານ​ບຸນ​ນ້ຳ​ຕົກ​ຕາດ ບ້ານ​ຢົກ​ປີ 2023 - ảnh 1

(ພາບ: VOV)

      ຕອນເຊົ້າວັນທີ 6 ຕຸລາ, ຢູ່ເຂດທັດສະນີຍະພາບນ້ຳຕົກຕາດ ບ້ານຢົກ, ເມືອງຈຸ່ງແຄັງ, ແຂວງກາວບັ່ງ, ງານບຸນນ້ຳຕົກຕາດ ບ້ານຢົກ ປີ 2023 ໄດ້ໄຂຂຶ້ນຢ່າງເປັນທາງການ ດ້ວຍພິທີແຫ່ນ້ຳ ພາວະນາຂໍໃຫ້ດິນຟ້າອາກາດເອື້ອອຳນວຍ, ປຊຊ ຢູ່ເຢັນເປັນສຸກ,ເຂດບ້ານນາ ແລະ ປະເທດຊາດສະຫງົບສຸກ, ມີຄວາມພັດທະນາ.

  ງານບຸນນ້ຳຕົກຕາດ ບ້ານຢົກປີ 2023 ແມ່ນການເຄື່ອນໄຫວສຳຄັນເພື່ອໂຄສະນາ, ແນະນຳຄວາມງາມຂອງເຂດດິນແດນ ກາວບັ່ງ ກັບແຂກທ່ອງທ່ຽວ ພາຍຫຼັງໄດ້ຮັກສານາມມະຍົດສວນສາທາລະນະທໍລະນີທົ່ວໂລກສຳເລັດ. ທ່ານ ເຊີມຫວຽດອານ ຫົວໜ້າພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ກາວບັ່ງ ໃຫ້ຮູ້ວ່າ:

    ບົນພື້ນຖານການພັດທະນາການທ່ອງທ່ຽວຂອງແຂວງ ກາວບັ່ງ ໃນຊຸມປີທີ່ຜ່ານມາ, ພ້ອມທັງການກຳນົດທິດທາງການທ່ອງທ່ຽວການບໍລິການ ຈະແມ່ນຂອດບຸກທະລຸຂອງເສດຖະກິດ ກາວບັ່ງ, ປີນີ້, ພວກຂ້າພະເຈົ້າ ໄດ້ຕັດສິນໃຈຍົກລະດັບງານບຸນຂຶ້ນໃນລະດັບແຂວງ, ແທນໃຫ້ລະດັບເມືອງຄືເມື່ອກ່ອນ. ປີນີ້, ນອກຈາກບັນດາພິທີແຫ່ນ້ຳ ແລະ ການເຄື່ອນໄຫວມູນເຊື້ອຈຳນວນໜຶ່ງແລ້ວ, ກໍ່ຈະມີບາງການເຄື່ອນໄຫວທີ່ໃໝ່ອຽມ. ນັ້ນແມ່ນລາຍການສະແດງສິລະປະຂະໜາດໃຫ່ຍ, ການສະແດງຂັບແທນ, ພິມຕິງ ດ້ວຍນັກສະແດງນຸ່ງຊຸດອາພອນຊົນເຜົ່າ1000 ຄົນຢູ່ຂ້າງນ້ຳຕົກຕາດ ບ້ານຢົກ ເພື່ອກຳນົດສະຖິຕິ ຫວຽດນາມ”.

 

ຕອບກັບ

ຂ່າວ/ບົດ​ອື່ນ