ໄຂງານບຸນບັ້ງໄຟດອກສາກົນ ດ່ານັ້ງ

(VOVWORLD) - ການແຂ່ງຂັນທຳອິດຂອງງານບຸນ DIFF 2024 ແມ່ນທິມຊິງເຊັມປະຈຸບັນ ArtEventia (ຝລັ່ງ) ແລະ ທິມເຈົ້າພາບ ດ່ານັ້ງ (ຫວຽດນາມ).
ໄຂງານບຸນບັ້ງໄຟດອກສາກົນ ດ່ານັ້ງ - ảnh 1 (ງານບຸນຍິງບັ້ງໄຟດອກສາກົນ ດ່ານັ້ງ - DIFF 2024)

ຕອນຄ່ຳວັນທີ 08 ມິຖຸນາ, ຢູ່ນະຄອນ ດ່ານັ້ງ, ງານບຸນຍິງບັ້ງໄຟດອກສາກົນ ດ່ານັ້ງ - DIFF 2024 ໄດ້ໄຂຂຶ້ນຢ່າງເປັນທາງການ ຢູ່ແຄມແມ່ນ້ຳ ຮ່ານ. ຄ່ຳຄືນໄຂງານບຸນແມ່ນການສະແດງຍິງບັ້ງໄຟດອກຈາກທິມຊິງເຊັມ ຝລັ່ງ ປະຈຸບັນ ແລະ ທິມເຈົ້າພາບ ຫວຍດນາມ, ພ້ອມກັບບັນດາການສະແດງສິລະປະທີ່ເປັນເອກະລັກສະເພາະທີ່ມາຈາກບັນດານັກສິລະປິນຢູ່ພາຍໃນປະເທດ ແລະ ສາກົນ.

ຫົວຂໍ້ລວມຂອງງານບຸນປີນີ້ແມ່ນ “ເຊື່ອມຕໍ່ທົ່ວໂລກ - ຮຸ່ງເຮືອງ 5 ທະວີບ”, ຄະນະຈັດງານບຸນຍິງບັ້ງໄຟດອກສາກົນ ດ່ານັ້ງ ຢາກຟາກຝັງສານກ່ຽວກັບການເຊື່ອມຕໍ່ລະຫວ່າງຊາດ, ບັນດາປະເທດ, ການເຊື່ອມຕົວລະຫວ່າງມະນຸດ ແລະ ທຳມະຊາດ ເພື່ອມຸ່ງໄປເຖິງໂລກແຫ່ງສັນຕິພາບ, ສິວິໄລ, ວັດທະນາຖາວອນ.

ການແຂ່ງຂັນທຳອິດຂອງງານບຸນ DIFF 2024 ແມ່ນທິມຊິງເຊັມປະຈຸບັນ ArtEventia (ຝລັ່ງ) ແລະ ທິມເຈົ້າພາບ ດ່ານັ້ງ (ຫວຽດນາມ). ຫົວຂໍ້ຂອງຄ່ຳຄືນໄຂງານບຸນແມ່ນ “ສິ່ງຍອດຍິ່ງດ້ານວັດທະນະທຳ”, 2 ທິມໄດ້ສະແດງການຍິງບັ້ງໄຟດອກ, ດົນຕີ ແລະ ແສງສີທີ່ເປັນເອກະລັກສະເພາະມາໃຫ້ຜູ້ຊົມ.

ຕອບກັບ

ຂ່າວ/ບົດ​ອື່ນ