ໄຂງານບຸນປື້ມຮ່າໂນ້ຍ2016“ປື້ມແລະເຊື່ອມໂຍງ”

ໄຂງານບຸນປື້ມຮ່າໂນ້ຍ2016“ປື້ມແລະເຊື່ອມໂຍງ” - ảnh 1
ງານບຸນປື້ມ ຮ່າໂນ້ຍ 2016 “ປື້ມແລະເຊື່ອມໂຍງ”

(vovworld) – ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 62 ປີ​ແຫ່ງ​ວັນ​ປົດ​ປ່ອຍ​ນະຄອນຫລວງ (10/10/1945 – 10/10/2016), ຊຶ່ງ​ເປັນ​ຂີດ​ໝາຍ​​ໄລຍະ​ທາງ​ກ່ວາ 20 ປີ ຫວຽດນາມ ​ເຂົ້າ​ຮ່ວມ ອາ​ຊຽນ. ຕອນ​ເຊົ້າ​ວັນ​ທີ 06/10 ຢູ່​ເຂດ​ປູຊະນີຍະ​ສະຖານພະລາດ​ຊະ​ວັງ ທັງ​ລອງ ​ໄດ້​ໄຂ​ງານ​ບຸນ​ປື້​ມ ຮ່າ​ໂນ້ຍ 2016. ດ້ວຍ​ຫົວ​ຂໍ້​ວ່າ “ປື້​ມ ​ແລະ ​ເຊື່ອ​ມ​ໂຍງ”, ງານ​ບຸນ​ປື້​ມ​ແມ່ນ​ບອນ​ເຕົ້າ​ໂຮມ, ​ແນະນຳ ​ແລະ ​ປື້​ມດ້ວຍ​ຮ້ານ​ວາງສະ​ແດງ 170 ຮ້ານ​ຂອງກ່ວາ​​ 46 ສຳນັກ​ພິມ​ຈຳໜ່າຍ​, ບໍລິສັດ​ປື້​ມພາຍ​ໃນ​ປະ​ເທດ ພ້ອ​ມກັບ 20 ​ເຄື່ອງໝາຍ​ການ​ຄ້າ​ພິມ​ຈຳໜ່າຍ​ຕ່າງປະ​ເທດ ລວມມີ​ຫລາຍ​ປະ​ເພດ​ຢ່າງ​ອຸ​ດົມ​ສົມບູນ. ທ່ານ​ຮ່ວາງ​ວັນ​ຈູງ ຜູ​້ຮັບຜິດຊອບວຽກ​ງານມັກ​ແກ​ັສຕິງ ບໍລິສັດປື້​ມທັງ​ລອງ ​ໃຫ້​ຮູ້​ວ່າ:

        “ງານ​ບຸນ​ປີ​ນີ້ ​ຂ້າພະ​ເຈົ້າ​ເຫັນ​ວ່າ ມີ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ສຳນັກພິມ​ຈຳໜ່າຍ​ແຕກ​ຕ່າງ​ກັນ​ຈຳ​ນວນ​ຫລວງ​ຫລາຍ ​ແລະ ມີ​ບັນດາ​ສຳນັກພິມ​ຈຳ​ໜ່າຍ​ສາກົນ. ຜ່ານ​ນັ້ນ ສະ​ແດງ​ໃຫ້​ເຫັນວ່າ ນີ້​ແມ່ນ​ບ່ອນເພື່ອ​ແລກປ່ຽນ​ລະຫວ່າງ​ບັນດາ​ສຳນັກພິມ​ຈຳໜ່າຍ​ພາຍ​ໃນ​ປະ​ເທດ ​ແລ​ະ ຕ່າງປະ​ເທດ ​ເພື່ອຖອດ​ຖອນ​ບົດຮຽນ​ຂອງ​ກັນ. ພ້ອມ​ທັງ ​​ເພື່ອໂຄສະນາ​ຄຸນ​ນະພາ​ບຄຸນຄ່າ​ປື້​ມຂອງ ຫວຽດນາມ ​ໃຫ້​ເພື່ອນ​ມິດ​ສາກົນ.”

ຂ່າວ/ບົດ​ອື່ນ