ໄຂ​ງານ​ບຸນ​ປາ​ສະ​ຈາກ​ເງິນ​ສົດ ປີ 2024 ຢູ່​ນະ​ຄອນ ໂຮ່​ຈີ​ມິນ

(VOVWORLD) - ງານບຸນປາສະຈາກເງິນສົດ - Cashless Day ປີ 2024ໄ ຖືກໄຂຂຶ້ນໃນຕອນຄ່ຳວັນທີ 14 ມິຖຸນາ ຢູ່ຄຸ້ມຖະໜົນຍ່າງ ຫງວຽນເຫວະ, ນະຄອນ ໂຮ່ຈີມິນ. ນີ້ແມ່ນເຫດການປະຈຳປີ ໂດຍທະນາຄານແຫ່ງລັດ, ໜັງສືພິມ ຕວຍແຈ ສົມທົບກັບພະແນກອຸດສາຫະກຳ ແລະ ການຄ້ານະຄອນ ໂຮ່ຈີມິນ ຈັດຂຶ້ນ.
ໄຂ​ງານ​ບຸນ​ປາ​ສະ​ຈາກ​ເງິນ​ສົດ ປີ 2024 ຢູ່​ນະ​ຄອນ ໂຮ່​ຈີ​ມິນ - ảnh 1ມາເຂົ້າຮ່ວມງານບຸນ, ປະຊາຊົນ ແລະ ແຂກທ່ອງທ່ຽວຈະໄດ້ທົດລອງບັນດາການບໍລິການ, ຜະລິດຕະພັນໃໝ່ (ພາບ: TTXVN)

ມາເຂົ້າຮ່ວມງານບຸນ, ປະຊາຊົນ ແລະ ແຂກທ່ອງທ່ຽວຈະໄດ້ຊຳລະໂດຍບໍ່ນຳໃຊ້ເງິນສົດຜ່ານ ບັດ ATM, ກະເປົ່າເອເລັກໂຕນິກ, ໂອນເງິນ, ການຢັ້ງຢືນດ້ວຍໃບໜ້າ... ພ້ອມທັງທົດລອງບັນດາການບໍລິການ, ຜະລິດຕະພັນໃໝ່.

        ງານບຸນແມ່ນໜຶ່ງໃນບັນດາການເຄື່ອນໄຫວຕົ້ນຕໍຂອງລາຍການ ວັນປາສະຈາກເງິນສົດ ປີ 2024 ທີ່ມີຫົວຂໍ້ “ຊຸກຍູ້ການພັດທະນາທຸລະກຳບໍ່ນຳໃຊ້ເງິນສົດຢ່າງປອດໄພ”.

        ກ່າວຄຳເຫັນທີ່ພິທີໄຂ, ທ່ານນາງ ຟານທິຖັງ, ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຖືວ່າ ທຸລະກຳບໍ່ນຳໃຊ້ເງິນສົດ ແມ່ນທ່າອ່ຽງທີ່ຈຳເປັນ ແນໃສ່ຍົກສູງປະສິດທິຜົນການຊຳລະໃນພື້ນຖານເສດຖະກິດ, ຍູ້ແຮງຄວາມປອດໄພໃນການຈໍລະຈອນ, ຍົກສູງປະສິດທິຜົນຂອງການຄຸ້ມຄອງລັດຜ່ານການເຄື່ອນໄຫວພາສີອາກອນ...

        ຢູ່ ຫວຽດນາມ, ການຊຳລະໂດຍບໍ່ນຳໃຊ້ເງິນສົດ ກວມເອົາ 50% ໃນການຄ້າເອເລັກໂຕນິກ. ໄລ່ມາຮອດປັດຈຸບັນ, ຍັງມີ 12% ຜູ້ບໍລິໂພກຖືການຊຳລະໂດຍບໍ່ນຳໃຊ້ເງິນສົດ ເປັນສິ່ງກີດຂວາງ.

ຕອບກັບ

ຂ່າວ/ບົດ​ອື່ນ