ໄຂງານບຸນຟູ໋ດົ໋ງທົ່ວປະເທດຄັ້ງທີ9ປີ2016

ໄຂງານບຸນຟູ໋ດົ໋ງທົ່ວປະເທດຄັ້ງທີ9ປີ2016 - ảnh 1
ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ເຂົ້າຮ່ວມກອງປະຊຸມ
(ພາບ: ສຳນັກຂ່າວສານ ຫວຽດນາມ)

(vovworld) – ຕອນ​ຄ່ຳ​ວັນ​ທີ 1/8, ຢູ່​ສະໜາມກິລາ​ນະຄອນ ວີ​ງ (​ແຂວງ ​ເງາະ​ອານ), ທ່ານ​ຮອງ​ນາຍົກລັດຖະມົນ​ຕີ ຫວູດຶກ​ດາມ, ການ​ນຳ​ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ, ການ​ນຳ​ແຂວງ ​ເງະ​ອານ ​ແລະ ນັກ​ກິລາ​ເປັນ​ຈຳນວນ​ຫຼວງ​ຫຼາຍ​ໄດ້​ເຂົ້າ​ຮ່ວມ​ພິທີ​ໄຂ​ງານ​ບຸນ ຟູ່ດົ໋ງ ທົ່ວ​ປະ​ເທດ​ຄັ້ງ​ທີ 9 ປີ 2016. ກ່າວ​ຄຳ​ເຫັນ​ທີ່​ພິທີ​ໄຂ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູດຶກ​ດາມ ​ເນັ້ນ​ໜັກ​ວ່າ: ການ​ສົມທົບ​ກັນ​ຈັດ​ຕັ້ງ​ວັນ​ບຸນ​ກາຍຍະກຳ - ກິລາ ທີ່​ມີ​ຊື່​ວ່າ ຟູ໋ດົ໋ງ ​ແມ່ນ​ການ​ເຄື່ອນ​ໄຫວ​ມີ​ລັກສະນະ​ເປັນ​ມູນ​ເຊື້ອ, ​ເພື່ອ​ແນ​ໃສ່​ລະດົມ​ຊາວ​ໜຸ່ມ, ​ເຍົາວະ​ຊົນ​ຂອງ​ບັນດາ​ໂຮງຮຽນ​ມັດທະຍົມ​ເຂົ້າ​ຮ່ວມ​ການ​ຝຶກ​ອົບຮົມ​ຫຼໍ່​ຫຼອມ​ຮ່າງກາຍ, ການສຶກສາ​ອົບຮົມ​ຢ່າງ​ຮອບດ້ານ: ຈັນ​ຍາ​ບັນ - ພູມ​ປັນຍາ - ກາຍຍະກຳ - ສິລະ​ປະ. ວັນ​ບຸນ​ນີ້​ກໍ່ປະ​ກອບ​ສ່ວນ​ຍົກ​ສູງ​ຄຸນ​ນະພາບການ​ສຶກສາກິລາ, ສ້າງ​ບາດ​ກ້າ​ວພັດທະນາ ກິລາ - ກາ​ຍະ​ກຳ​ໃນ​ໂຮງຮຽນ, ມຸ່ງ​ໄປ​ເຖິງ​ຈຸດໝາຍ​ຍົກ​ສູງ​ຄຸນ​ນະພາ​ບການ​ສຶກສາ​ຮອບດ້ານ. ພ້ອມ​ທັງ, ພົບ​ເຫັນ, ​ເລືອກ​ເຟັ້ນ, ບຳລຸງ​ສ້າງ ​ແລະ ຝຶກ​ອົບຮົມ​ບັນດາ​ຜູ້​ເກັ່ງ​ກ້າ​ສາມາດ​ດ້ານ​ກິລາ​ໃຫ້​ແກ່​ທ້ອງ​ຖິ່ນ ​ແລະ ​ໃຫ້​ແກ່​ປະ​ເທດ​ຊາດ. ງານ​ບຸນ ຟູ໋ດົ໋ງ ທົ່ວ​ປະ​ເທດ​ຄັ້ງ​ທີ 9 ປີ 2016 ມີ​ການ​ເຂົ້າ​ຮ່ວມ​ຂອງ 63 ຄະນະທີ່​ມາ​ຈາກ 63 ​ແຂວງ, ນະຄອນ​ໃນ​ທົ່ວ​ປະ​ເທດ​ດ້ວຍ​ຈຳນວນ​ນັກ​ກິລາ​​ເຂົ້າ​ຮ່ວມ​ການ​ແຂ່ງຂັນເກືອບ 4000 ຄົນ. ງານ​ບຸນ ຟູ໋ດ໋ົງ ທົ່ວ​ປະ​ເທດ​ຄັ້ງ​ທີ 9 ປີ 2016 ຖືກ​ດຳ​ເນີນ​ແຕ່​ວັນ​ທີ 1 - 10/8.



ຂ່າວ/ບົດ​ອື່ນ