ໄຂງານບຸນລະດູບານໃໝ່ ກົນເຊີນ - ກ໊ຽບບາກ 2019

(VOVWORLD) - ຕອນຄ່ຳວັນທີ 20 ກຸມພາ, ໄດ້ດຳເນີນພິທີໄຂງານບຸນລະດູບານໃໝ່ ກົນເຊີນ - ກ໊ຽບບາກ 2019 ຢູ່ເຂດປູຊະນີຍະສະຖານລະດັບຊາດພິເສດ ກົນເຊີນ - ກ໊ຽບບາກ (ເທດສະບານ ຈີ໊ລິງ, ແຂວງ ຫາຍເຢືອງ) ໂດຍມີການເຂົ້າຮ່ວມຂອງທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ.
ໄຂງານບຸນລະດູບານໃໝ່ ກົນເຊີນ - ກ໊ຽບບາກ 2019 - ảnh 1 ພິທີໄຂງານບຸນລະດູບານໃໝ່ ກົນເຊີນ - ກ໊ຽບບາກ 2019

ກ່າວຄຳເຫັນໄຂງານບຸນລະດູບານໃໝ່ ກົນເຊີນ - ກ໊ຽບບາກ 2019, ທ່ານ ຫງວຽນເຢືອງທ໊າຍ ປະທານຄະນະກຳມະການປະຊາຊົນແຂວງ ຫາຍເຢືອງ ຢືນຢັນວ່າ:

        ເກືອບ 7 ສະຕະວັດຜ່ານມາ, ງານບຸນ ກົນເຊີນ - ກ໊ຽບບາກ, ມໍລະດົກວັດທະນະທຳບໍ່ເປັນວັດຖຸລະດັບຊາດໄດ້ປະກອບສ່ວນສ້າງຄວາມງາມດ້ານວັດທະນະທຳທີ່ເປັນເອກະລັກສະເພາະ, ຫລາຍຮູບຫລາຍສີ ບໍ່ພຽງແຕ່ຂອງເຂດດິນແດນ ຫາຍເຢືອງ ເທົ່ານັ້ນ ຫາກຍັງກາຍເປັນສະຖານທີ່ແຫ່ງການ “ເຕົ້າໂຮມ, ຍອດຍິ່ງ ແລະ ແຜ່ຂະຫຍາຍ” ດ້ວຍພະລັງຊີວິດວັດທະນະທຳ, ດ້ວຍຈິດໃຈຂອງພໍ່ແມ່ປະຊາຊົນຊາວ ຫວຽດນາມ ນັບລ້ານໆຄົນອີກດ້ວຍ.

        ງານບຸນລະດູບານໃໝ່ ກົນເຊີນ - ກ໊ຽບບາກ 2019 ດຳເນີນແຕ່ວັນທີ 14 – 27 ກຸມພາ.

ຕອບກັບ

ຂ່າວ/ບົດ​ອື່ນ