ໄຂງານບຸນລະດູບານໃໝ່ ໂກນເຊີນ - ກຽບບາກ ປີ 2023

(VOVWORLD) - ບັນດາຄຸນຄ່າມໍລະດົກວັດທະນະທຳຢູ່ ໂກນເຊີນ ໄດ້ປະກອບສ່ວນສ້າງຈຸດວັດທະນະທຳທີ່ເປັນເອກະລັກສະເພາະ, ຫຼາຍຮູບຫຼາຍແບບ, ບໍ່ພຽງແຕ່ສະເພາະແຂວງ ຫາຍເຢືອງເທົ່ານັ້ນ ຫາກຍັງສ້າງເປັນກະແສເພື່ອເຕົ້າໂຮມ, ແຜ່ຂະຫຍາຍ, ດ້ວຍພະລັງຊີວິດດ້ານວັດທະນະທຳ...
ໄຂງານບຸນລະດູບານໃໝ່ ໂກນເຊີນ - ກຽບບາກ ປີ 2023 - ảnh 1ການລະຫຼິ້ນຕ່າງໆໃນງານບຸນ
(ພາບ:baodantoc.vn)

ວັນທີ 6 ກຸມພາ (ກົງກັບວັນທີ 16 ເດືອນຈຽງປີແມວ 2023), ແຂວງ ຫາຍເຢືອງ ໄດ້ໄຂງານບຸນລະດູບານໃໝ່ ໂກນເຊີນ - ກຽບບາກ 2023.

        ປີນີ້, ພິທີງານບຸນລະດູບານໃໝ່ ໂກນເຊີນ - ກຽບບາກ ຈັດຂຶ້ນດ້ວຍບັນດາພິທີກຳຕ່າງໆທີ່ເປັນມູນເຊື້ອ.

        ໃນເກືອບ 7 ສະຕະວັດຜ່ານມາ, ບັນດາຄຸນຄ່າມໍລະດົກວັດທະນະທຳຢູ່ ໂກນເຊີນ ໄດ້ປະກອບສ່ວນສ້າງຈຸດວັດທະນະທຳທີ່ເປັນເອກະລັກສະເພາະ, ຫຼາຍຮູບຫຼາຍແບບ, ບໍ່ພຽງແຕ່ສະເພາະແຂວງ ຫາຍເຢືອງເທົ່ານັ້ນ ຫາກຍັງສ້າງເປັນກະແສເພື່ອເຕົ້າໂຮມ, ແຜ່ຂະຫຍາຍ, ດ້ວຍພະລັງຊີວິດດ້ານວັດທະນະທຳ, ຄວາມມຸ່ງມາດປາດຖະໜາຂອງປະຊາຊົນ ຫວຽດນາມ ນັບລ້ານຄົນ. ປີ 2012, ລັດໄດ້ຈັດອັນດັບໃຫ້ເຂດປູຊະນີຍະສະຖານ ກົນເຊີນ, ກຽບບາກ ເປັນປູຊະນີຍະສະຖານແຫ່ງຊາດພິເສດ. ປະຈຸບັນ, ແຂວງ ຫາຍເຢືອງ ພວມຕັ້ງໜ້າສົມທົບກັບແຂວງ ກວາງນິງ, ບັກຢາງ ຍູ້ແຮງວຽກງານສ້າງສຳເນົາເອກະສານວິທະຍາສາດໃຫ້ສຳເລັດເພື່ອຍື່ນໃຫ້ອົງການສຶກສາ, ວິທະຍາສາດ ແລະ ວັດທະນະທຳ ສປຊ (UNESCO) ຮັບຮອງເອົາເຂດປູຊະນີຍະສະຖານ ແລະ ເຂດທິວທັດ ອຽນຕື້ (ແຂວາງ ກວາງນິງ) - ຫວີ້ງງຽມ (ແຂວງ ບັກຢາງ) - ໂກນເຊີນ, ກຽບບາກ (ແຂວງ ຫາຍເຢືອງ) ເປັນມໍລະດົກໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ