ໄຂ​ງານ​ບຸນ​ລະ​ດູ​ບານ​ໃໝ່​ຢູ່​ບັນ​ດາ​ທ້ອງ​ຖິ່ນ

(VOVWORLD) -ວັນທີ 30 ມັງກອນ ( ກົງກັບວັນທີ 6 ເດືອນຈຽງ), ຢູ່ຕາແສງ ຢາຊິງ, ເມືອງ ຢາວຽນ, ແຂວງນິງບີ່ງ, ສະມາຄົມພຸດທະສາສະໜາ ຫວຽດນາມ ແຂວງ ນິງບິ່ງ ໄດ້ຈັດຕັ້ງພິທີໄຂງານບຸນ ວັດ ບ໊າຍດິ້ງ ລະດູບານໃໝ່ ປີຊວດ 2020 ໂດຍມີການເຂົ້າຮ່ວມຂອງ ທ່ານ ເຈືອງຮ່ວາບິ່ງ ຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຫວຽດນາມ.
ໄຂ​ງານ​ບຸນ​ລະ​ດູ​ບານ​ໃໝ່​ຢູ່​ບັນ​ດາ​ທ້ອງ​ຖິ່ນ - ảnh 1 ງານບຸນເງົ່າຕາວຢູ່ລາວກາຍ (ພາບ: baolaocai.vn)

ນີ້ແມ່ນຄັ້ງທີ່ 6 ທີ່ງານບຸນໄດ້ຈັດຕັ້ງຂຶ້ນ ພາຍຫຼັງ ເຂດ ປູຊະນີຍະສະຖານ ຈ່າງອານ ໄດ້ ຮັບການ ຮັບຮອງແມ່ນ ມໍລະດົກວັດທະນະທຳ ແລະ ທຳມະຊາດລະດັບໂລກ ຈາກອົງການ UNESCO. ວັດ ບ໊າຍດິ໊ງເຄີຍແມ່ນວັດໃຫຍ່ທີ່ສຸດ ຂອງ ຫວຽດນາມ ແລະ ບັນລຸໄດ້ຫຼາຍລະດັບສະຖິຕິ.

        ແລະກໍ່ໃນຕອນເຊິ່ງວັນທີ 30 ມັງກອນ, ງານບຸນ ວິຫານ ດວ໋ມ ລະດູບານໃໝ່ປີ ຊວດ 2020 ໄດ້ຈັດຂຶ້ນຢ່າງຟົດຟື້ນຢູ່ ບ້ານດວ໋ມ, ຕາແສງດົ້ງດາດ, ເມືອງ ຟູ໊ເລືອງ, ແຂວງ ທ໊າຍງວຽນ, ເຊິ່ງໄດ້ດຶງດູດການເຂົ້າຮ່ວມຂອງ ແຂກ ທັງຢູ່ພາຍໃນ ແລະ ຕ່າງແຂວງເປັນຈຳນວນຫຼວງຫຼາຍ.

ຕອບກັບ

ຂ່າວ/ບົດ​ອື່ນ