ໄຂງານບຸນລະດູໃບໄມ້ຫຼົ່ນ “ຊາປາ - ລະດູສຸກເຫຼືອງ” ປີ 2024

(VOVWORLD) - ງານບຸນນີ້ມີການເຄື່ອນໄຫວຫຼາຍຢ່າງທີ່ດຶງດູດໃຈ, ໄດ້ຈັດຂຶ້ນແຕ່ວັນທີ 17 ສິງຫາ - 06 ຕຸລາ.
ໄຂງານບຸນລະດູໃບໄມ້ຫຼົ່ນ “ຊາປາ - ລະດູສຸກເຫຼືອງ” ປີ 2024 - ảnh 1ທີ່ພິທີໄຂງານບຸນ
(ພາບ: baolaocai.vn)

        ຕອນຄ່ຳວັນທີ 30 ສິງຫາ, ຢູ່ເທດສະບານເມືອງ ຊາປາ, ແຂວງ ລາວກາຍ, ໄດ້ຈັດພິທີໄຂງານບຸນລະດູໃບໄມ້ຫຼົ່ນ ຊາປາ 2024 ດ້ວຍຫົວຂໍ້ “ຊາປາ - ລະດູສຸກເຫຼືອງ”, ພ້ອມທັງຕ້ອນຮັບໃບທັດສະນີຍະພາບຂັ້ນແຂວງ ສຳລັບ ນ້ຳຕົກຕາດ ບາກ ແລະ ຈອມພູ Fansipan. ຈຸດພົ້ນເດັ່ນຂອງພິທີໄຂແມ່ນລາຍການສະແດງສິລະປະທີ່ເປັນເອກະລັກສະເພາະ, ເຂັ້ມຂຸ້ນໄປດ້ວຍສີສັນວັດທະນະທຳ, ດ້ວຍການເຂົ້າຮ່ວມສະແດງຂອງບັນດານັກສິລະປິນສູນກາງ ແລະ ບັນດານັກສິລະປິນ, ນັກສິລະປະການບັນດາເຜົ່າສ່ວນໜ້ອຍຂອງ ຊາປາ.

        ງານບຸນນີ້ມີການເຄື່ອນໄຫວຫຼາຍຢ່າງທີ່ດຶງດູດໃຈ, ໄດ້ຈັດຂຶ້ນແຕ່ວັນທີ 17 ສິງຫາ - 06 ຕຸລາ. ເນື່ອງໃນໂອກາດນີ້, ເທດສະບານເມືອງ ຊາປາ ແລະ ເມືອງ ໝູ່ກາງຈາຍ (ແຂວງ ອຽນບາຍ) ໄດ້ສົມທົບກັນຈັດເວທີປາໄສຮ່ວມສຳພັນ, ຮ່ວມມືພັດທະນາການທ່ອງທ່ຽວເທດສະບານເມືອງ ປາຊາ ແລະ ເມືອງ ໝູ່ກາງຈາຍ; ເທດສະບານເມືອງ ປາຊາ ຈັດວັນບຸນວັດທະນະທຳບ້ານ ມົ້ງ ແລະ ການແຂ່ງຂັນແລ່ນ ແລະ ລານຂ້າມພູ ຫວຽດນາມ 2024.

ຕອບກັບ

ຂ່າວ/ບົດ​ອື່ນ