ໄຂງານບຸນວັດທະນະທຳຍີປຸ່ນ “Feel Japan in Vietnam 2017” ຢູ່ນະຄອນໂຮ່ຈິມິນ

(VOVWORLD) -ຕອນເຊົ້າວັນທີ 15/7, ງານບຸນວັດທະນະທຳຍີປຸ່ນ “Feel Japan in Vietnam 2017 ໄດ້ຖືກໄຂຂຶ້ນຢູ່ນະຄອນໂຮ່ຈິມິນ
ໄຂງານບຸນວັດທະນະທຳຍີປຸ່ນ “Feel Japan in Vietnam 2017” ຢູ່ນະຄອນໂຮ່ຈິມິນ - ảnh 1 ໄຂງານບຸນວັດທະນະທຳຍີປຸ່ນ “Feel Japan in Vietnam 2017

ນີ້ແມ່ນຄັ້ງທີ 3 ທີ່ງານບຸນນີ້ຖືກຈັດຂຶ້ນຢູ່ຫວຽດນາມ.     ດ້ວຍສານທີ່ວ່າ : “ນຳມາດຕະຖານຍີປຸ່ນມາຫວຽດນາມ” ງານບຸນຖືກຈັດຂຶ້ນໃນວັນທີ 15 ແລະ 16/7 ດ້ວຍການເຄື່ອນໄຫວທີ່ອຸດົມສົມບຸນເຊັ່ນ: ລາຍການສະແດງຄ້ອງຍີປຸ່ນ, ແນະນຳການທ່ອງທ່ຽວຍີປຸ່ນ, ພົບປະແລກປ່ຽນກັບນັກຮ້ອງຫວຽດນາມ…ນາງ ລາມເຄ ຢູ່ເມືອງບິງແທກ, ນະຄອນໂຮ່ຈິມິນ ແບ່ງປັນວ່າ :

 “ ຂ້າພະເຈົ້າໄດ້ເຂົ້າຮ່ວມ ງານບຸນ Feel Japan 2 ປີແລ້ວ ແລະ ຮູ້ສຶກວ່າມີຄວາມດູດດື່ມ, ເພາະຢູ່ນີ້ໄດ້ເຕົ້າໂຮມສິນຄ້າຍີປຸ່ນຫຼາຍຍີຫໍ້ ແລະ ເຮົາຈະໄດ້ຊື້ລາຍການທ່ອງທ່ຽວດ້ວຍລາຄາຖືກທີ່ສຸດໃນປີ. ນອກຈາກນັ້ນ, ຍັງໄດ້ຮັບຊົມຫຼາຍລາຍການວັດທະນະທຳທີ່ເປັນເອກະລັກສະເພາະຂອງຍີປຸ່ນອີກດ້ວຍ. ”

ຕອບກັບ

ຂ່າວ/ບົດ​ອື່ນ