ໄຂງານບຸນອຽນຕື໋ປີ2015

ໄຂງານບຸນອຽນຕື໋ປີ2015 - ảnh 1
ຜູ້​ເຂົ້າ​ຮ່ວມ​ງານ​ບຸນ ອຽນ​ຕື໋
(ພາບ​ປະ​ກອບ)

(vovworld) – ວັນ​ທີ 28/2 (ກົງ​ກັບ​ວັນ​ທີ 10 ເດືອນ​ຈຽງ), ງານ​ບຸນ ອຽນ​ຕື໋ ໄດ້​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​ຢູ່​ຕາ​ແສງ ເທື້ອງ​ອຽນ​ກົງ, ນະ​ຄອນ ອວງ​ບີ໋ (ແຂວງ ກວາງ​ນີງ), ເພື່ອ​ເປີດ​ສາກ​ໃຫ້​ບັນ​ດາ​ການ​ເຄື່ອນ​ໄຫວ​ຂອງ​ງານ​ບຸນ​ປີ 2015. ນີ້​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ງານ​ບຸນ​ໃຫຍ່​ທີ່​ສຸດ​ຢູ່ ຫວຽດ​ນາມ. ປີນີ້, ແຂກ​ທ່ອ​ງ​ທ່ຽວ​ເຂົ້າ​ຮ່ວມ​ງານ​ບຸນ ອຽນ​ຕື໋ ຈະ​ໄດ້​ຮັບ​ການ​ບໍ​ລິ​ການ​ທີ່​ໃໝ່​ອ່ຽມ, ຢ້ຽມ​ຊົມ ອຽນ​ຕື໋ ຈາກ​ໝາກ​ໂປ່ງ ແລະ​ ຊົມ​ຄັນ​ທຸງ​ ​ສາ​ສະ​ໜາພຸດ​ໃຫຍ່​ສຸດ​ຢູ່ ຫວຽດ​ນາມ ດ້ວຍ​ຄວາມ​ຍາວ​ກ່​ວາ 25 ມ. ຄະ​ນະ​ຈັດ​ຕັ້ງ​ງານ​ບຸນ ອຽນ​ຕື໋ ຢາກ​ສ້າງ​ຄວາມ​ປະ​ທັບ​ໃຈ, ແມ່ນ​ຮູບ​ພາບ​ຈິດ​ວີນ​ຍານ​ທີ່ມີ​ຊີ​ວິດ​ຊີ​ວາ ເພື່ອ​ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ມາ​ຢ້ຽມ​ຢາມ​ເຂດ​ດິນ​ແດນ​ຂອງ​ພະ​ພຸດ​ທະ​ເຈົ້າ.

        ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ພິ​ທີ​ໄຂ​ງານ​ບຸນດອກ​ໄມ້​ລະ​ດູ​ບານ​ໃໝ່ ອຽ​ນ​ຕື໋ ດ້ວຍ​ຮ້ານ​ວາງ​ສະ​ແດງ 18 ຮ້ານ. ໃນ​ຂອບ​ເຂດ​ງານ​ບຸນດອກ​ໄມ້ ອຽນ​ຕື໋ ປີ 2015 ດຳ​ເນີນ​ບັນ​ດາ​ການ​ເຄື່ອນ​ໄຫວ​ເປັນ​ໜ້າ​ສົນ​ໃຈ​ຄື: ງາ​ນ​ບຸນ​ເປີດ​ປະ​ຕູ​ປ່າ, ການ​ລະຫຼິ້ນ​ພື້ນ​ເມືອງ ແລະ ອື່ນ​ໆ.


ຂ່າວ/ບົດ​ອື່ນ