ໄຂງານບຸນເພີດເພີນກັບລະດູແລ້ງ ດ່ານັ້ງ 2023

(VOVWORLD) - ໃນ 5 ມື້ທີ່ດຳເນີນງານບຸນ (ແຕ່ວັນທີ 28 ກໍລະກົດ 01 ສິງຫາ) ນັ້ນ, ໄດ້ຈັດ 11 ການເຄື່ອນໄຫວດ້ານທ່ອງທ່ຽວ, ວັດທະນະທຳ, ກິລາພິເສດສະເພາະ, ດຶງດູດໃຈ.
ໄຂງານບຸນເພີດເພີນກັບລະດູແລ້ງ ດ່ານັ້ງ 2023 - ảnh 1(ຈຸດພົ້ນເດັ່ນແມ່ນງານບຸນອາຫານການກິນ ຫວຽດນາມ - ສາກົນ)

ຕອນຄ່ຳວັນທີ 28 ກໍລະກົດ, ມີປະຊາຊົນ ແລະ ແຂກທ່ອງທ່ຽວນັບໝື່ນຄົນ ໄດ້ໄປເຂດສວນສາທາລະນະ ທະເລຕາເວັນອອກ, ນະຄອນ ດ່ານັ້ງ ໃນຄ່ຳຄືນໄຂງານບຸນເພີດເພີນກັບລະດູແລ້ງ ດ່ານັ້ງ 2023 ເພື່ອຮັບຊົມການສະແດງດົນຕີຂອງບັນດານັກຮ້ອງທີ່ມີຊື່ສຽງ.

ໃນ 5 ມື້ທີ່ດຳເນີນງານບຸນ (ແຕ່ວັນທີ 28 ກໍລະກົດ 01 ສິງຫາ) ນັ້ນ, ໄດ້ຈັດ 11 ການເຄື່ອນໄຫວດ້ານທ່ອງທ່ຽວ, ວັດທະນະທຳ, ກິລາພິເສດສະເພາະ, ດຶງດູດໃຈ. ຈຸດພົ້ນເດັ່ນແມ່ນງານບຸນອາຫານການກິນ ຫວຽດນາມ - ສາກົນ ດ້ວຍກວ່າ 100 ເຍື່ອງອາຫານທີ່ເປັນເອກະລັກສະເພາະຂອງ ຫວຽດນາມ ແລະ ສາກົນ. ພ້ອມກັນນັ້ນ, ກໍ່ມີງານແຂ່ງຂັນຈ້ອງເວີ່ນຢູ່ເຂດເກາະ ເຊີນຈ່າ ດ້ວຍທິມຈ້ອງເວີ່ນກວ່າ 100 ທິມທີ່ມາຈາກບັນດາສະໂມສອນຈ້ອງເວີ່ນສະແດງມືອາຊີບ ແລະ ຊ່ວຍໃຫ້ແຂກທ່ອງທ່ຽວໄດ້ຮັບຊົມທິວທັດທຳມະຊາດທີ່ສວຍງາມຂອງ ດ່ານັ້ງ ຈາກບ່ອນສູງ…

ງານບຸນເພີດເພີນກັບລະດູແລ້ງ ດ່ານັ້ງ - 2023 ແມ່ນເຫດການວັດທະນະທຳ - ທ່ອງທ່ຽວທີ່ເປັນເອກະລັກ, ພິເສດສະເພາະ, ປະກອບສ່ວນກຳນົດທີ່ຕັ້ງຂອງ ດ່ານັ້ງ - ຈຸດນັດພົບທ່ອງທ່ຽວແຖວໜ້າຢູ່ ອາຊີ.

ຕອບກັບ

ຂ່າວ/ບົດ​ອື່ນ