ໄຂງານບຸນເສື້ອຍາວ ນະຄອນໂຮ່ຈິມິນຄັ້ງທີ 2

ໄຂງານບຸນເສື້ອຍາວ ນະຄອນໂຮ່ຈິມິນຄັ້ງທີ 2 - ảnh 1
ພິ​ທີໄຂງານ​ບຸນ​ເສື້ອ​ຍາວ ນະ​ຄອນ​ໂຮ່​ຈິ​ມິນຄັ້ງ​ທີ 2 ປີ 2015

(vovworld)- ຕອນ​ຄ່ຳ​ວັນ​ທີ 7/3, ຢູ່​ນະ​ຄອນ​ໂຮ່​ຈິ​ມິນ, ໄດ້​ໄຂງານ​ບຸນ​ເສື້ອ​ຍາວ ນະ​ຄອນ​ໂຮ່​ຈິ​ມິນຄັ້ງ​ທີ 2 ປີ 2015. ງານ​ບຸນ​ເສື້ອ​ຍາວ ນະ​ຄອນ​ໂຮ່​ຈິ​ມິນຄັ້ງ​ທີ 2 ປີ 2015 ແມ່ນ​ການ​ເຄື່ອນ​ໄຫວ​ປະ​ຈຳ​ປີ ໂດຍ​ນະ​ຄອນ​ຈັດ​ຕັ້ງ​ຂຶ້ນເພື່ອທະ​ວີ​ຄູນ​ບັນ​ດາ​ການ​ເຄື່ອນ​ໄຫວ​ເຊີດ​ຊູ, ອະ​ນຸ​ລັກ​ຮັກ​ສາ ແລະ ເສີມ​ຂະ​ຫຍາຍ​ບັນ​ດາ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ​ອັນເປັນປະ​ເພ​ນີ, ຄວາມ​ງາມ​ຂອງ​ເສື້ອ​ຍາວ​ຫວຽດ​ນາມ, ພ້ອ​ມ​ທັງ​ແນະ​ນຳ​ໃຫ້​ແຂກ​ທ່ອງ​ທ່ຽວ​ທັງ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ ຮູ້​ເຖິງ​ຮູບ​ພາບ​ຂອງ ເສື້ອ​ຍາວ​ຫວຽດ​ນາມ ຜ່ານ​ແຕ່​ລະ​ຍະ​ປະ​ຫວັດ​ສາດ.  ທ່ານ​ນາງ ຫງວຽນ​ທິ​ຮົ່ງ ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ​ໂຮ່​ຈິ​ມິນ ໃຫ້​ຮູ້​ວ່າ :      “ດ້ວຍ​ວັດ​ທະ​ນະ​ທຳ​ທີ່​ເປັນ​ມູນ​ເຊື້ອ ມາ​ແຕ່​ດົນ​ນານ​ຂອງ​ຊາວ​ຫວຽດ​ນາມ, ມັນ​ໄດ້​ສົ່ງ​ຜົນ​ກະ​ທົບ​ຍາວ​ນານ​ເຖິງ​ລະ​ດັບ​ຄວາມ​ຮັບ​ຮູ້, ການ​ດຳ​ລົງ​ຊີ​ວິດ​ຂອງ​ຊາວ​ຫວຽດ​ນາມ. ຜ່ານ​ງານ​ບຸນ​ເສື້ອ​ຍາວນີ້, ບໍ່​ພຽງ​ແຕ່​ເປັນ​ການ​ເຊີດ​ຊູ​ເສື້ອ​ຍາວ​ອັນ​ເປັນ​ປະ​ເພ​ນີ​ຂອງ​ຊາວ​ຫວຽດ​ນາມ​ເທົ່າ​ນັ້ນ, ຫາກ​ຍັງເປັນ​ການ​ທົບ​ທວນ​ຄືນ​ມູນ​ເຊື້ອ​ພັດ​ທະ​ນາ​ຍາວ​ນານ​ຂອງ​ປະ​ຊາ​ຊົນ​ຫວຽດ​ນາມ​ອີກ​ດ້ວຍ”.
ຂ່າວ/ບົດ​ອື່ນ