ໄຂງານບຸນໜັງສືພິມທົ່ວປະເທດ 2019

(VOVWORLD) -ງານບຸນນມີຫົວຂໍ້ວ່າ “ສື່ມວນຊົນຫວຽດນາມ ປ່ຽນແປງໃໝ່, ປະດິດຄິດສ້າງ, ມີຄວາມຮັບຜິດຊອບ ເພື່ອຜົນປະໂຫຍດຂອງປະເທດຊາດ ແລະ ປະຊາຊົນ”

ວັນທີ 15 ມີນາ, ຢູ່ຫໍພິພິທະພັນຮ່າໂນ້ຍ ຂອງຫວຽດນາມ ໄດ້ດໍາເນີນພິທີໄຂງານບຸນໜັງສືພິມທົ່ວປະເທດ 2019 ຂຶ້ນຢ່າງເປັນທາງການ. ງານບຸນນມີຫົວຂໍ້ວ່າ “ສື່ມວນຊົນຫວຽດນາມ ປ່ຽນແປງໃໝ່, ປະດິດຄິດສ້າງ, ມີຄວາມຮັບຜິດຊອບ ເພື່ອຜົນປະໂຫຍດຂອງປະເທດຊາດ ແລະ ປະຊາຊົນ”. ເຂົ້າຮ່ວມເຫດການດັ່ງກ່າວ ມີທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ, ທ່ານອະດີດເລຂາທິການໃຫຍ່ ນົງດຶກແມ້ງ , ທ່ານ ຫວໍວັນເຖື໋ອງ ຫົວໜ້າຄະນະໂຄສະນາສຶກສາສູນກາງ ພ້ອມດ້ວຍຜູ້ຕາງໜ້າບັນດາກະຊວງ, ຂະແໜງການ, ຫົວໜ່ວຍ, ບັນດາຜູ້ທີ່ເຮັດວຽກງານສື່ມວນຊົນ ຢ່າງຫຼວງຫຼາຍ.

ໄຂງານບຸນໜັງສືພິມທົ່ວປະເທດ 2019 - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ລັ່ນຄ້ອງໄຂງານບຸນໜັງສືພິມທົ່ວປະເທດປີ 2019

        ກ່າວຄໍາເຫັນທີ່ພິທີໄຂງານບຸນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢັ້ງຢືນວ່າ ພັກ, ລັດ ແລະ ປະຊາຊົນຫວຽດນາມ ຍາມໃດກໍຕີລາຄາສູງບົດບາດຂອງສື່ມວນຊົນ, ຖືສື່ມວນຊົນແມ່ນພາຫະນະສື່ຂ່າວຕົ້ນຕໍ, ແມ່ນກໍາລັງປະຈັນບານດ້ານແນວຄິດ, ວັດທະນະທໍາ, ແມ່ນເວທີປາໄສທີ່ກວ້າງໃຫຍ່ຂອງປະຊາຊົນ. ງານບຸນໜັງສືພິມທົ່ວປະເທດ ຖືກຈັດຂຶ້ນໃນແຕ່ລະປີນັ້ນ ເປັນໂອກາດເພື່ອໃຫ້ສື່ມວນຊົນໄດ້ຮັບຟັງຄໍາເຫັນປະກອບ, ການຕີລາຄາ, ການຕໍາໜິຂອງເພື່ອນຜູ້ອ່ານໜັງສືພິມ, ຜູ້ຟັງວິທະຍຸ, ຜູ້ຊົມໂທລະພາບ; ແມ່ນໂອກາດເພື່ອແລກປ່ຽນບົດຮຽນ, ຮຽນຮູ້ເຊິ່ງກັນແລະກັນລະຫວ່າງຜູ້ທີ່ເຮັດວຽກງານສື່ມວນຊົນ. ທ່ານນາຍົກລັດຖະມົນຕີ ສະເໜີວ່າ:

        “ເອົາໃຈໃສ່ເຖິງການບໍາລຸງສ້າງຖັນແຖວຜູ້ທີ່ເຮັດວຽກງານສື່ມວນຊົນໃຫ້ມີຄຸນທາດການເມືອງທີ່ໜັກແໜ້ນ, ມີວິຊາສະເພາະສູງ ແລະ ຈັນຍາບັນຢ່າງບໍລິສຸດຜຸດຜ່ອງ, ພ້ອມທັງສໍາຜັດກັບເຕັກໂນໂລຢີໃນການສື່ຂ່າວແບບໃໝ່, ວິທີການຂຽນຂ່າວ, ບົດແບບໃໝ່ໄດ້ຢ່າງວ່ອງໄວ. ນັກຂ່າວແຕ່ລະຄົນ ຄວນສະແດງໃຫ້ເຫັນຄຸນທາດການເມືອງຢ່າງແຮງ, ມີລັກສະນະປະຕິວັດ ແລະ ເປັນມືອາຊີບ, ທັງມີຄວາມຢຶດໝັ້ນຕໍ່ຫຼັກໝັ້ນຂອງການປະຕິວັດ, ມີຈິດໃຈເຊື່ອມໂຍງເຂົ້າກັບສາກົນ, ຝຶກຝົນຫຼໍ່ຫຼອມຄຸນສົມບັດຢ່າງບໍ່ຢຸດຢັ້ງ, ປະຕິບັດກົດລະບຽບ 10 ຂໍ້ກ່ຽວກັບຈັນຍາບັນຂອງຜູ້ປະກອບອາຊີບນັກຂ່າວຫວຽດນາມ ຢ່າງເຂັ້ມງວດ”.

        ນະທີນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ລັ່ນຄ້ອງ ແລະ ຕັດແຖບຜ້າໄຂງານບຸນໜັງສືພິມທົ່ວປະເທດປີ 2019 ແລະ ໄປຢ້ຽມຊົມບັນດາຮ້ານວາງສະແດງ, ຟັງການແນະນໍາຂອງບັນດາອົງການສື່ມວນຊົນທີ່ເຂົ້າຮ່ວມງານບຸນ.

        ງານບຸນໜັງສືພິມທົ່ວປະເທດ 2019 ເປີດປະຕູຕ້ອນຮັບຜູ້ມາຢ້ຽມຊົມ ແລະ ເຂ້ົາຮ່ວມບັນດາການເຄື່ອນໄຫວໃນທຸກໆວັນ ແຕ່ເວລາ 8 ໂມງ 00 ນາທີ ຫາ 21 ໂມງ 00 ນາທີ ແລະ ຈະດໍາເນີນໄປຮອດວັນທີ 17 ມີນາຈຶ່ງອັດລົງ.


ຕອບກັບ

ຂ່າວ/ບົດ​ອື່ນ