ໄຂງານບຸນໜັງສືພິມສະບັບ ປີໃໝ່ຢູ່ນະຄອນເກີນເທີ

ໄຂງານບຸນໜັງສືພິມສະບັບ ປີໃໝ່ຢູ່ນະຄອນເກີນເທີ - ảnh 1

ການ​ນຳ​ນະຄອນ​ເກີນ​ເທີ​ທີ່ງານ​ບຸນ​ໜັງສື​ພິມ​ສະບັບ​ປີ​ໃໝ່

(ພາບ:vtvcantho.vn)

(vovworld) -  ງານ​ບຸນ​ໜັງສືພິມ​ສະບັບ​ປີ​ໃໝ່ ປີ​ມະ​​ເສ​ງ 2013 ​ໄດ້​ຖືກໄຂ​ຂຶ້ນ​ໃນ​ວັນ​ທີ 4/2 ຢູ່​ນະຄອນ​ເກີນ​ເທີ. ງານ​ບຸນ​ໄດ້​ສະ​ແດງ  430 ສິ່ງ​ພິມຂອງ​ບັນດາ​ອົງການ​ສື່​ມວນ​ຊົນ​ສູນ​ກາງ ​​ແລະ ທ້ອງ​ຖິ່ນ. ນີ້​ແມ່ນ​ໜຶ່ງ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ເປີດສາກ​ໃຫ້​ແກ່​​ການ​ເຄື່ອນ​ໄຫວ​ວັດທະນະທຳຕ່າງໆ​ເພື່ອ “ອວຍພອນ​ພັກ, ຊົມ​ເຊີຍ​ລະດູບານ​ໃໝ່“ ຊື່​ງ​ໄດ້​ຖືກ​ຈັດຕັ້ງຂຶ້ນ​ຢູ່​ນະຄອນ​ເກີນ​ເທີ. ທ່ານ​ນາງ​ຟານ​ທິທຸ່ຍ​ຢາງ ຫົວໜ້າ​ຮ້ານ​ຂາຍ​ປື້​ມນະຄອນ​ເກີນ​​ເທີ ​ໃຫ້​ຮູ້​ວ່າ:

   “ໜັງສືພິມ​ສະບັບ​ປີ​ໃໝ່​ປີ​ນີ້​ມີ​ຫຼາຍ​ຮູບ​ຫຼາຍ​ສີ​, ​ເນື້ອ​ໃນ​ອຸດົມສົມບູນ ຊື່​ງ​ໄດ້​ເຕື້ອງ​ເຖິງທຸກໆ​ຂົງ​ເຂດ, ຄຸນ​ນະພາ​ບການ​ພິມ​ສວຍ​ງາມ. ໜັງສືພິມ​ສະ​ບັບປີ​ໃໝ່​ປີ​ນີ້​ມີ​ຮູບ​ແບບ​ດູດ​ດື່ມ​ໃຈ​ຜູ້​ອ່ານ, ພວກ​ຂ້າພະ​ເຈົ້າຫວັງ​ວ່າ​ງານ​ບຸນໜັງສືພິມ​ສະ​ບັບປີ​ໃໝ່​ປີ​ນີ້​ຈະ​ນຳ​ມາ​​ເຊິ່ງຂອງຂວັນ​ດ້ານ​ຈິດ​ໃຈ​ທີ່​ມີ​ຄວາມ​ໝາຍ​ໃນ​ໂອກາດ​ປີ​ໃໝ່ມາ​ໃຫ້​ຜູ້​ອ່ານມາ​ໃຫ້​ຜູ້​ອ່ານ“.

   ​ໃນ​ຂອບ​ເຂດ​ງານ​ບຸນໜັງສືພິມ​ສະ​ບັບປີ​ໃໝ່​, ນະຄອນ​ເກີນ​ເທີ​ ຍັງ​ໄດ້​ຈັດຕັ້ງງານ​ວາງສະ​ແດງ​ຮູບ​ພາບ​ເອກະສານ​ກ່ວາ 40 ຊີ້ນ​ກ່ຽວ​ກັບ “ການ​ລູກ​ຮຶ້ຂຶ້ນ​ຂະໜາດ​ໃຫ່ຍລະດູບານ​ໃໝ່​ປີວ​ອກ 1968 ຢູ່​ທາງ​ທິດຕາ​ເວັນ​ຕົກ​ພາກ​ໃຕ້​ຫວຽດນາມ“. ນີ້​ແມ່ນ​ບັນດາ​ເອກະສານ​ທີ່​ມີ​ຄຸນຄ່າ​ດ້ານ​ປະຫວັດສາດ ​ແລະ ມີ​ຄວາມ​ໝາຍ​ເລິກ​ເຊິ່ງ ຊື່​ງສະ​ແດງ​ໃຫ້​ເຫັນ​ການ​ປະກອບສ່ວນ​ອັນ​ໃຫ່ຍຫຼວງ​ຂອງ​ກອງທັບ ​ແລະ ປະຊາຊົນ​ເຂດຕາ​ເວັນ​ຕົກ​ພາກ​ໃຕ້​ຫວຽດນາມ ​ໃນ​ການລູກ​ຮຶ້ຂຶ້ນ​ຂະໜາດ​ໃຫ່ຍລະດູບານ​ໃໝ່​ປີວອກ 1968.

 

 

ຂ່າວ/ບົດ​ອື່ນ