ໄຂງານປະກວດ “ເດີ່ນກາຕາຍຕື - ມໍລະດົກເຂດພາກໃຕ້”

ໄຂງານປະກວດ “ເດີ່ນກາຕາຍຕື - ມໍລະດົກເຂດພາກໃຕ້” - ảnh 1
ງານ​ປະ​ກວດ “​ເດີ່ນ​ກາ​ຕາຍ​ຕື - ມໍລະດົກ​​ເຂດ​ພາກ​ໃຕ້”

(vovworld) - ຕອນ​ບ່າຍ​ວັນ​ທີ 09/04, ທີ່​ແຂວງ ບີ​ງ​ເຢືອງ ​​ໄດ້ໄຂງານ​ປະ​ກວດ “​ເດີ່ນ​ກາ​ຕາຍ​ຕື - ມໍລະດົກ​​ເຂດ​ພາກ​ໃຕ້”. ງານ​ປະ​ກວດ​ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງ 21 ຄະນະນັກ​ສິລະ​ປະການ​ເດີ່ນກາ​ຕາຍ​ຕື ທີ່​ມາ​ຈາກ 21 ​ແຂວງ, ນະຄອນ​ໃນ​ເຂດ​ພາກ​ໃຕ້. ງານ​ປະ​ກວດ​ແມ່ນ​ໜຶ່ງ​ໃນ​ບັນດາ​ການ​ເຄື່ອນ​ໄຫວຕົ້ນຕໍ ທີ່​ນອນ​​ໃນ​ຂອບ​ເຂດ Festival ​ເດີ່ນ​ກາ​ຕາຍ​ຕື​ແຫ່ງ​ຊາດຄັ້ງ​ທີ 2 - ບີ​ງ​ເຢືອງ 2017, ​​ເພື່ອ​ແນ​ໃສ່​ອະນຸລັກ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ສິລະ​ປະ​ເດີ່ນ​ກາ​ຕາຍ​ຕືພາກໃຕ້ - ມໍລະດົກ​ວັດທະນະທຳ​ບໍ່​ມີ​ຮູບ​ຮ່າງ​ຂອງ​ມວນ​ມະນຸດ. ງານ​ປະ​ກວດ​ດຳ​ເນີນ​ແຕ່​ວັນ​ທີ 09/04 – 11/04 ​ແລະ ​ປະກາດມອບ​ລາງວັນ​ໃນ​ພິທີ​ອັດ Festival ​ເດີ່ນ​ກາ​ຕາຍ​ຕື​ແຫ່ງ​ຊາດ​ຄັ້ງ​ທີ 2 ​ໃນ​ຕອນ​ຄ່ຳວັນ​ທີ 12/04.

ຕອບກັບ

ຂ່າວ/ບົດ​ອື່ນ