ໄຂງານປະກວດສາກົນລະຄອນເວທີທົດລອງຄັ້ງທີ3

ໄຂງານປະກວດສາກົນລະຄອນເວທີທົດລອງຄັ້ງທີ3 - ảnh 1
ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງວັດ​ທະ​ນະ​ທຳ, ກິ​ລາ ແລະ ການ​ທ່ອງ​ທ່ຽວ ເວືອງ​ຢູຍ​ບຽນ ມອບດອກ​ໄມ້​ໃຫ້​ຄະ​ນະ​ຈັດ​ຕັ້ງ
(ພາບ: ມິງ​ດຶກ/ສຳ​ນັກ​ຂ່າວ​ສານ ຫວຽດ​ນາມ)

(vovworld) – “ງານປະ​ກວດ​ສາ​ກົນ​​ລະ​ຄອນ​ເວ​ທີ​​ທົດ​ລອງ​ຄັ້ງ​ທີ 3 ປີ 2016” ໂດຍ​ສະ​ມາ​ຄົມ​ນັກ​ສິ​ລະ​ປິນ​ລະ​ຄອນ​ເວ​ທີ ຫວຽດ​ນາມ, ກົມ​ສິ​ລະ​ປະ​ການ​ສະ​ແດງ​ (ຂຶ້ນ​ກັບ​ກະ​ຊວງວັດ​ທະ​ນະ​ທ​ຳ, ກິ​ລາ ແລະ ການ​ທ່ອງ​ທ່ຽວ) ສົມ​ທົບ​ກັນ​ຈັດ​ຕັ້ງ​ໃນ​ຕອ​ນ​ຄ່ຳ​ວັນ​ທີ 13/11, ຢູ່​ຮ່າ​ໂນ້ຍ. ງານ​​ປະ​ກວດ​ໄດ້​ດ​ຶງ​ດູດ 39 ລາຍ​ການ​ສະ​ແດງຂອງ 22 ປະ​ເທດ ແລະ 19 ບົດ​ລະ​ຄອນຂອງ 16 ຫົວ​ໜ່ວຍ​ສິ​ລະ​ປະ​ພາຍ​ໃນ​ປະ​ເທດ. 16 ບົດ​ລະ​ຄອນ​ຂອງ 8 ປ​ະ​ເທດ​ໄດ້​ຮັ​ບ​ເລືອກ​ເຟັ້ນ​ນຳ​ມາ​ສະ​ແດງ​ທີ່​ງານ​​ປະ​ກວດ. ນັກ​ສິ​ລະ​ປິນ​ປະ​ຊາ​ຊົນ ເລ​ຕ໋ຽນ​ເທາະ, ປະ​ທານ​ສະ​ມາ​ຄົມ​ນັກ​ສິ​ລະ​ປິນ​​ລະ​ຄອນ​ເວ​ທີ ຫວຽດ​ນາມ, ຫົວ​ໜ້າ​ຊີ້​ນຳ​ງານ​​ປະ​ກວດ, ໃຫ້​ຮູ້​ວ່າ:

        “ດ້ວຍ​ຈຸດ​ປະ​ສົງ​ປ່ຽນ​ໃໝ່, ຄົ້ນ​ຫາ, ງານ​​ປະ​ກວດ​ລະ​ຄອນ​ເວ​ທ​ີ​ທົດ​ລອງ​ຄັ້ງ​ນີ້​ຢາກ​ແນະ​ນຳ​ບັນ​ດາ​ຈຸດ​ໃໝ່, ໃໝ່​ຂອງ​ບັນ​ດາ​ນັກ​ປະ​ພັນ, ຜູ້​ກຳ​ກັບ​ການ​ສ​ະ​ແດງ, ນັກ​ສະ​ແດງ​ເພື່ອ​ແນ​ໃສ່​​ສ້າງ​ຮູບ​ແບບ​ໃໝ່​ເຮັດ​ໃຫ້​ການ​ສະ​ແດງ​​ລະ​ຄອນເວ​ທີ​ອຸ​ດົມ​ສົມ​ບຸນ​ຂຶ້ນ​ຕື່ມ. ນີ້​ແມ່ນ​ວັນ​ບຸນ​​ອາ​ຊີບຂອງ​ບັນ​ດາ​ນັກ​ສິ​ລະ​ປິນ​​ລະ​ຄອນ​ເວ​ທີ.”


ຕອບກັບ

ຂ່າວ/ບົດ​ອື່ນ