ໄຂງານພົບປະແລກປ່ຽນວັດທະນະທໍາ ໂຮ້ຍອານ - ຍີ່ປຸ່ນ ຄັ້ງທີ 17

(VOVWORLD) - ລາຍການພົບປະແລກປ່ຽວວັດທະນະທໍາ ໂຮ້ຍອານ - ຍີ່ປຸ່ນ ຄັ້ງທີ 17 ປີ 2019 ຈະດໍາເນີນແຕ່ ວັນທີ 9 ຫາວັນທີ  11 ສິງຫາ ຈິ່ງອັດລົງ.  
ໄຂງານພົບປະແລກປ່ຽນວັດທະນະທໍາ ໂຮ້ຍອານ - ຍີ່ປຸ່ນ ຄັ້ງທີ 17  - ảnh 1  ດ້ວຍບັນດາການເຄື່ອນໄຫວພົບປະແລກປ່ຽນ, ບັນເທິງ, ລາຍການໄດ້ໝັ້ນໝາຍວ່າ ຈະຊ່ວຍໃຫ້ແຂກທ່ອງທ່ຽວໄດ້ມີການເຂົ້າຮ່ວມຄົ້ນຫາຢ່າງຈັບອົກຈັບໃຈກ່ຽວກັບວັດທະນະທໍາຂອງສອງຊາດ

  ຕອນຄໍ່າວັນທີ 09 ສິງຫາ, ຢູ່ນະຄອນໂຮ້ຍອານ, ແຂວງກວ໋າງນາມ ຂອງຫວຽດນາມ ໄດ້ດໍາເນີນພິທີໄຂງານພົບປະແລກປ່ຽນວັດທະນະທໍາ ໂຮ້ຍອານ - ຍີ່ປຸ່ນ ຄັ້ງທີ 17. ການເຄື່ອນໄຫວດັ່ງກ່າວ ໂດຍຄະນະກໍາມະການປະຊາຊົນນະຄອນ ໂຮ້ຍອານ ສົມທົບກັບ ສະຖານທູດຍີ່ປຸ່ນ ປະຈໍາຫວຽດນາມ ຈັດຕັ້ງມາແຕ່ປີ 2003.

        ດ້ວຍບັນດາການເຄື່ອນໄຫວພົບປະແລກປ່ຽນ, ບັນເທິງນັ້ນ, ລາຍການພົບປະແລກປ່ຽນວັດທະນະທໍາ ໂຮ້ຍອານ - ຍີ່ປຸ່ນ ຄັ້ງທີ 17 ໄດ້ໝັ້ນໝາຍວ່າ ຈະຊ່ວຍໃຫ້ແຂກທ່ອງທ່ຽວໄດ້ມີການເຂົ້າຮ່ວມຄົ້ນຫາຢ່າງຈັບອົກຈັບໃຈກ່ຽວກັບວັດທະນະທໍາຂອງສອງຊາດ ແລະ ຕະຫຼາດນັດໂຮ້ຍອານ. ທ່ານ ຫງວຽນວັນເຊີນ, ຮອງປະທານຄະນະກໍາມະການປະຊາຊົນນະຄອນໂຮ້ຍອານ ໃຫ້ຮູ້ວ້າ:

        “ຜ່ານບັນດາລາຍການພົບປະແລກປ່ຽນວັດທະນະທໍາທີ່ຈັດຂຶ້ນ ໃນຕະຫຼອດ 16 ປີຜ່ານມາ ໄດ້ຊ່ວຍເສີມສ້າງນໍ້າໃຈສາມັກຄີອັນໝັ້ນແກ່ນຂອງສອງຊາດ ຫວຽດນາມ - ຍີ່ປຸ່ນ ເວົ້າລວມ ແລະ ນະຄອນໂຮ້ຍອານກັບບັນດານະຄອນຂອງ ຍີ່ປຸ່ນ ເວົ້າສະເພາະ”.

        ລາຍການພົບປະແລກປ່ຽວວັດທະນະທໍາ ໂຮ້ຍອານ - ຍີ່ປຸ່ນ ຄັ້ງທີ 17 ປີ 2019 ຈະດໍາເນີນແຕ່ ວັນທີ 9 ຫາວັນທີ  11 ສິງຫາ ຈິ່ງອັດລົງ.  


ຕອບກັບ

ຂ່າວ/ບົດ​ອື່ນ