ໄຂງານມະຫາກຳກິລາ Olympic ໜຸ່ມ 2018

(VOVWORLD) - ເຂົ້າຮ່ວມພິທີໄຂມີຜູ້ຊົມ 250.000 ຄົນໄດ້ໄປຊົມຢູ່ກັບທີ່ ແລະ ແຟນກິລານັບລ້ານໆຄົນໃນທົ່ວໂລກໄດ້ຮັບຊົມໃນບັນດາພາຫະນະສື່ມວນຊົນ ແລະ ສື່ສັງຄົມອອນລາຍ.
ໄຂງານມະຫາກຳກິລາ Olympic ໜຸ່ມ 2018 - ảnh 1 ພາບປະກອບ

ຕອນຄ່ຳວັນທີ 6 ຕຸລາ, ພິທີໄຂງານມະຫາກຳກິລາ Olympic ໜຸ່ມຄັ້ງທີ 3 (YOG3) ໄດ້ໄຂຂຶ້ນຢ່າງເປັນທາງການຢູ່ສະໜາມຫຼວງ Obelisco ຢູ່ໃຈກາງນະຄອນຫຼວງ Buenos Aires ດ້ວຍຫົວຂໍ້ພົ້ນເດັ່ນແມ່ນເຊີດຊູນ້ຳໃຈກິລາ, ຄວາມເປັນຫຼາຍຮູບຫຼາຍແບບ ແລະ ຄວາມສະເໝີພາບລະຫວ່າງຍິງ - ຊາຍ. ເຂົ້າຮ່ວມພິທີໄຂມີຜູ້ຊົມ 250.000 ຄົນໄດ້ໄປຊົມຢູ່ກັບທີ່ ແລະ ແຟນກິລານັບລ້ານໆຄົນໃນທົ່ວໂລກໄດ້ຮັບຊົມໃນບັນດາພາຫະນະສື່ມວນຊົນ ແລະ ສື່ສັງຄົມອອນລາຍ.

        YOG3 2018 ດ້ວຍການເຂົ້າຮ່ວມຂອງນັກກິລາເກືອບ 4.000 ຄົນທີ່ມາຈາກ 206 ປະເທດ ແລະ ເຂດແຄ້ວນ, ແມ່ນເຫດການກິລາໃຫຍ່ທີ່ສຸດໃນໂລກທີ່ສະຫງວນໃຫ້ແກ່ໄວໜຸ່ມ, ເຕົ້າໂຮມບັນດານັກກິລາດີເດັ່ນທີ່ສຸດໃນໂລກມີອາຍຸແຕ່ 14 – 18 ປີ. ເຂົ້າຮ່ວມງານມະຫາກຳກິລາຄັ້ງນີ້, ຄະນະນັກກິລາ ຫວຽດນາມ ມີສະມາຊິກ 23 ຄົນ, ໃນນັ້ນມີນັກກິລາ 13 ຄົນ, ພ້ອມດ້ວຍຄູຝຶກ, ທ່ານໝໍ ແລະ ຄະນະນຳ.

ຕອບກັບ

ຂ່າວ/ບົດ​ອື່ນ