ໄຂ​ງານ​ມະ​ຫາ​ກຳ​ກິ​ລາ​​ ນັກ​ຮ​ຽນ​ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ຄັ້ງ​ທີ 13

(VOVWORLD) - ຈຸດພົ້ນເດັ່ນຂອງພິທີໄຂ ແລະ ການເດີນຂະບວນຢ່າງສົມກຽດຂອງ 10 ຄະນະກິລາ ບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ຄື: ບຣູໄນ, ກຳປູເຈຍ, ອິນໂດເນເຊຍ, ລາວ, ມຽນມາ, ມາເລເຊຍ, ຟີລິບປິນ, ສິງກະໂປ, ໄທ ແລະ ຫວຽດນາມ.
ໄຂ​ງານ​ມະ​ຫາ​ກຳ​ກິ​ລາ​​ ນັກ​ຮ​ຽນ​ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ຄັ້ງ​ທີ 13 - ảnh 1ພິທີໄຂ ງານມະຫາກຳກິລາ ນັກຮຽນອາຊີຕາເວັນອອກສ່ຽງໃຕ້ຄັ້ງທີ 13 (ພາບ: TTXVN)

ງານມະຫາກຳກິລາ ນັກຮຽນອາຊີຕາເວັນອອກສ່ຽງໃຕ້ຄັ້ງທີ 13 ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນຄ່ຳວັນທີ 1 ມິຖຸນາ, ຢູ່ຫໍກິລາ ຕຽນເຊີນ, ເມືອງ ຫ໋າຍເຈົາ, ນະຄອນ ດ່ານັ້ງ. ເຂົ້າຮ່ວມພິທີໄຂ ມີ ນັກກິລາແມ່ນນັກຮຽນ, ຄູ່ຝືກ ກ່ວາ 1.300 ຄົນ ທີ່ມາຈາກ 10 ປະເທດ ໃນພາກພື້ນ ແລະ ຜູ້ຊົມເປັນຈຳນວນຫຼວງຫຼາຍ.

ຈຸດພົ້ນເດັ່ນຂອງພິທີໄຂ ແລະ ການເດີນຂະບວນຢ່າງສົມກຽດຂອງ 10 ຄະນະກິລາ ບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ຄື: ບຣູໄນ, ກຳປູເຈຍ, ອິນໂດເນເຊຍ, ລາວ, ມຽນມາ, ມາເລເຊຍ, ຟີລິບປິນ, ສິງກະໂປ, ໄທ ແລະ ຫວຽດນາມ; ພິທີຊຸກ ທຸງຂຶ້ນເສົາ ຂອງສະພາກິລານັກຮຽນອາຊີຕາເວັນອອກສ່ຽງໃຕ້ ແລະ ທຸງງານມະຫາກຳກິລາ ໄດ້ສ້າງຂີດໝາຍວັນບຸນກິລາທີ່ຟົດຟຶ້ນ ເລີ່ມຕົ້ນຢ່າງເປັນທາງການ.

ພິເສດ, ພິທີຈູດທວນໄຟງານມະຫາກຳກິລາ ໂດຍທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົງ່ຮ່າ ປະຕິບັດ. ທວນໄຟແມ່ນສັນຍາລັກໃຫ້ແກ່ຄວາມສຸດຈິດສຸດໃຈຂອງຊາວໜຸ່ມ ອາຊິຕາເວັນອອກສ່ຽງໃຕ້, ພ້ອມທັງຍົກສູງຈິດໃຈສາມັກຄີ, ຄວາມມິດຕະພາບລະຫວ່າງບັນດາປະເທດໃນພາກພື້ນ.

ທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ໄດ້ປະກາດໄຂງານມະຫາກຳກິລາ ນັກຮຽນອາຊີຕາເວັນອອກສ່ຽງໃຕ້ຄັ້ງທີ 13 ປີ 2024 ຢູ່ດ່ານັ້ງ, ຫວຽດນາມ. ທ່ານຮອງນາຍົກລັດຖະມົນຕີ ອວຍພອນບັນດານັກກິລາແຂ່ງຂັນບັນລຸໝາກຜົນດີທີ່ສຸດ ດ້ວຍຈິດໃຈກິລາ ຄວາມສາມັກຄີ, ມິດຕະພາບ.

ຕອບກັບ

ຂ່າວ/ບົດ​ອື່ນ