ໄຂ​ງານ​ມະ​ຫາ​ກຳ​ກິ​ລາ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ຄັ້ງ​ທີ 31

(VOVWORLD) -       ພິທີໄຂງານມະຫາກຳກິລາ ອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 31 (ຊີເກມ 31) ໄດ້ດຳເນີນໃນຕອນຄ່ຳວັນທີ 12 ພຶດສະພາ ຢູ່ສະໜາມກິລາແຫ່ງຊາດ ໝີດິ່ງ ຮ່າໂນ້ຍ. ພິທີໄຂຊີເກມ 31, ໄດ້ສະແດງໃຫ້ເຫັນຄວາມເຂັ້ມຂຸ້ນຂອງສີສັນວັດທະນະທຳ ຫວຽດນາມ ແລະ ບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ).
ໄຂ​ງານ​ມະ​ຫາ​ກຳ​ກິ​ລາ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ຄັ້ງ​ທີ 31 - ảnh 1ພິທີໄຂງານມະຫາກຳກິລາ ອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 31 ດຳເນີນໃນຕອນຄ່ຳວັນທີ 12 ພຶດສະພາ ຢູ່ສະໜາມກິລາແຫ່ງຊາດ ໝີດິ່ງ ຮ່າໂນ້ຍ

ພິທີໄຂ ຊີເກມ 31 ໃຊ້ເວລາປະມານ 120 ນາທີ, ລວມມີພິທີຕ່າງໆດັ່ງນີ້: ຊັກທຸງຊາດ ຫວຽດນາມຂຶ້ນເສົາ, ແຫ່ທຸງສະຫະພັນກິລາ ອາຊີຕາເວັນອອກສ່ຽງໃຕ້, ທຸງຊີເກມ, ເດີນຂະບວນຂອງຄະນະນັກກິລາ ທີ່ເຂົ້າຮ່ວມຊີເກມ, ຈູດທວນໄຟງານມະຫາກຳກິລາ, ກ່າວຄຳປາໄສ ແລະ ປະກາດໄຂງານມະຫາກຳກິລາ ຊີເກມ 31 ຂອງການນຳຂັ້ນສູງ ຫວຽດນາມ, ຄຳປະຕິຍານຂອງນັກກິລາ ແລະ ກຳມະການ… ຍ້ອນໂລກລະບາດໂຄວິດ - 19, ສະນັ້ນ, ຄະນະນັກກິລາແຕ່ລະປະເທດເຂົ້າຮ່ວມ ຈຶ່ງມີສະມາຊິກ 31 ຄົນເຂົ້າຮ່ວມຂະບວນ ເຊິ່ງເປັນສັນຍາລັກໃຫ້ແກ່ການຈັດຕັ້ງງານມະຫາກຳກິລາ ຊີເກມ ຄັ້ງທີ 31.

        ຈຸດພົ້ນເດັ່ນຂອງພິທີໄຂແມ່ນການສະແດງສິລະປະລາຍການຕ່າງໆ ດ້ວຍການເຂົ້າຮ່ວມສະແດງຂອງນັກສິລະປິນ, ນັກສະແດງ, ກ້ອນກຳລັງປະກອບອາວຸດ, ນັກຮຽນ, ນັກສຶກສາກວ່າ 1.000 ຄົນ. ສິ້ນສຸດພິທີໄຂ ແມ່ນການຍິງບັ້ງໄຟດອກເຕັມໄປດ້ວຍຄວາມປະທັບໃຈ.

        ພິທີໄຂຊີເກມ 31 ນີ້ ໄດ້ນຳເອົາພາບພົດທີ່ປະທັບໃຈກ່ຽວກັບວັດທະນະທຳ, ປະຫວັດສາດ, ປະເທດຊາດ, ຊາວ ຫວຽດນາມ, ພ້ອມທັງເປັນການສົ່ງສານຂອງ ຊີເກມ 31 “ເພື່ອອາຊີຕາເວັນອອກສ່ຽງໃຕ້ທີ່ເຂັ້ມແຂງກວ່າ” ມາໃຫ້ຜູ້ຊົມຢູ່ພາຍໃນປະເທດ, ເພື່ອນມິດສາກົນ.

ໄຂ​ງານ​ມະ​ຫາ​ກຳ​ກິ​ລາ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ຄັ້ງ​ທີ 31 - ảnh 2 Tour ທ່ອງທ່ຽວສີຂຽວ ດ້ວຍລົດໄຟຟ້າ (ພາບ: hanoimoi.com.vn)
 ເນື່ອງໃນໂອກາດນີ້, ນະຄອນ ຮ່າໂນ້ຍ ກໍໄດ້ຜັນຂະຫຍາຍການບໍລິການ ຟຣີ ລົດເມສອງຊັ້ນ “Hanoi City tour” ແລະ ເປີດຕົວ tour ທ່ອງທ່ຽວສີຂຽວ ດ້ວຍລົດໄຟຟ້າ ເພື່ອຮັບໃຊ້ໃຫ້ຜູ້ແທນຊີເກມ 31 ແລະ ຊ່ວຍນັກທ່ອງທ່ຽວໄປຄົ້ນຫາບັນດາສະຖານທີ່ທ່ອງທ່ຽວທີ່ຈັບອົກຈັບໃຈ, ທັດສະນີຍະພາບທີ່ສວຍງາມຂອງນະຄອນຫຼວງ ຮ່າໂນ້ຍ.

ຕອບກັບ

ຂ່າວ/ບົດ​ອື່ນ