ໄຂ​ງານ​ມະ​ຫາ​ກຳ​ກິ​ລາ ອາ​ຊີ​ຕາ​ເວັນ​ອອກສ່ຽງ​ໃຕ້ ຄັ້ງ​ທີ 31 (SEA Games 31) ຢ່າງ​ສົມ​ກຽດ

(VOVWORLD) -ເວລາ 20 ໂມງຂອງຕອນຄ່ຳວັນທີ 12 ພຶດສະພາ, ພິທີໄຂງານມະຫາກຳກິລາ ອາຊີຕາເວັນອອກສ່ຽງໃຕ້ຄັ້ງທີ 31 (SEA Games 31) - ເຫດການກິລາໃຫຍ່ທີ່ສຸດໃນພາກພື້ນ ປີ 2022 ໄດ້ໄຂຂຶ້ນຢ່າງເປັນທາງການ.  ພິທີໄດ້ຈັດຂຶ້ນຢ່າງສົມກຽດ, ອະລັງການ ຢູ່ສະໜາມກິລາແຫ່ງຊາດ ມີດິ່ງ (ຮ່າໂນ້ຍ).
ໄຂ​ງານ​ມະ​ຫາ​ກຳ​ກິ​ລາ  ອາ​ຊີ​ຕາ​ເວັນ​ອອກສ່ຽງ​ໃຕ້ ຄັ້ງ​ທີ 31 (SEA Games 31) ຢ່າງ​ສົມ​ກຽດ - ảnh 1ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ກ່າວຄຳເຫັນເປີດສາກ SEA Games 31 

ເຂົ້າຮ່ວມພິທີຝ່າຍ ຫວຽດນາມ ມີທ່ານປະທານປະເທດ ຫງວຽນຊວັນຟຸກ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ພ້ອມກັບການນຳພັກ, ລັດ, ການນຳບັນດາອົງການຂັ້ນສູນກາງ, ນະຄອນຫຼວງຮ່າໂນ້ຍ ແລະ ການນຳບັນດາແຂວງ, ນະຄອນ.

ຝ່າຍແຂກສາກົນມີທ່ານ Tan Chuan-Jin ປະທານສະພາແຫ່ງຊາດ ສິງກະໂປ, ບັນດາລັດຖະມົນຕີ, ຫົວໜ້າຄະນະນັກກິລາ 11 ປະເທດເຂົ້າຮ່ວມ SEA Games 31, ຫົວໜ້າຜູ້ຕາງໜ້າບັນດາອົງການຈັດຕັ້ງສາກົນ ແລະ ເອກອັກຄະລັດຖະທູດບັນດາປະເທດ.

ພິທີຍັງມີການເຂົ້າຮ່ວມເປັນຈຳນວນຫຼາຍຂອງບັນດານັກກິລາ, ຄູຝຶກທີ່ມາຈາກ 11 ຄະນະເຂົ້າຮ່ວມ SEA Games 31 ທີ່ແຂ່ງຂັນ ກິລາ 40 ປະເພດ ແຕ່ວັນທີ 4 – 23 ພຶດສະພາ. ໂດຍສະເພາະຄະນະນັກກິລາ ຫວຽດນາມ ມີສະມາຊິກເຂົ້າຮ່ວມກ່ວາ 1300 ຄົນ.

ພິທີໄຂ SEA Games 31 ໄດ້ສ້າງຄວາມປະທັບໃຈຢ່າງເລິກເຊິ່ງ ຕໍ່ເພື່ອນມິດ ແລະ ສື່ມວນຊົນສາກົນ. ລາຍການສະແດງໄດ້ດຳເນີນຢ່າງກະທັດລັດ ແຕ່ເຂັ້ມຂຸມໄປດ້ວຍສີສັນວັດທະນະທຳ ຫວຽດນາມ, ນ້ຳໃຈກິລາອັນສູງສົ່ງ ແລະ ຄວາມສາມັກຄີ ອາຊີຕາເວັນອອກສ່ຽງໃຕ້.    

ຕອບກັບ

ຂ່າວ/ບົດ​ອື່ນ