ໄຂງານມະຫາກຳກິລາຄົນ ພິການພາກພື້ນອາຊີ ຕາເວັນອອກສ່ຽງໃຕ້ ຄັ້ງທີ່ 6

 ຕອນ​ຄ່ຳ ວັນ​ທີ 15 ທັນວາ, ​ງານ​ມະຫາ​ກຳ​ກິລາ​ຄົນ​ພິການ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກສ່ຽງ​​ໃຕ້ຄັ້ງທີ່ 6 ປີ​ 2011 ​ໄດ້​ຖືກ​ໄຂ​ຂຶ້ນ​ຢູ່​ນະຄອນ ຊູຣາກາ​ຕາ ປະ​ເທດ​ ອີນ​ໂດ​ເນ​ເຊຍ, ຊຶ່ງຈະ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ນັກ​ກິລາ, ຄູ​ເຟິກ ລວມທັງ​ໝົດ 1.265 ຄົນ​ພ້ອມກັບບັນດາ​ເຈົ້າ​ໜ້າ​ທີ່​ຂະ​ແໜງ​ກິລາ​ຂອງ 11 ຄະນະ​ນັກ​ກິລາ​ຄົນ​ພິການ​ບັນດປະ​ເທດອາຊີ​ຕາ​ເວັນ​ອອກສ່ຽງ​​ໃຕ້. ບັນດາ​ນັກ​ກິລາ​ຈະ​ແຂ່ງຂັນກິລາ 11 ປະ​ເພດ ​ແລະ ຈະ​ມີ​ຫຼຽນ​ລາງວັນ 422 ຊຸດ. ຄະນະ​ນັກ​ກິລາ​ຫວຽດນາມ​ລວມມີ ນັກ​ກິລາ 123 ຄົນ​ເຂົ້າ​ຮ່ວມ. ຕາມ​ຂ່າວ​ຫຼ້າ​ສຸດ, ຄະນະ​ນັກ​ກິລາ​ຫວຽດນາມ​ສາມາດ​ຄ້ວາ​ໄດ້​ຫຼຽນ​ຄຳ​ດວງ​ທຳ​ອິດ​​ໃນ​ການ​ແຂ່ງຂັນ​ກິລາ​ຕີ​ດອກ​ປີກ​ໄກ່. ສວ່ນຫຼຽນ​ທອງ​ແດງ​ແມ່ນ​ໄດ້​ແກ່​ນັກ​ກິລາ​ປິງປອງ.

ຂ່າວ/ບົດ​ອື່ນ