ໄຂງານມະຫາກຳກິລານັກຮຽນອາຊີຕາເວັນອອກສ່ຽງໃຕ້ຄັ້ງທີ 5

ໄຂງານມະຫາກຳກິລານັກຮຽນອາຊີຕາເວັນອອກສ່ຽງໃຕ້ຄັ້ງທີ 5 - ảnh 1
ງານ​ມະ​ຫາ​ກຳ​ກິລາ​ນັກ​ຮຽນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ຄັ້ງ​ທີ 5
(ພາບ: TTXVN)


(vovworld) - ຕອນ​ຄໍ່າ​ວັນ​ທີ 23/06, ຢູ່​ຮ່າ​ໂນ້ຍ​ໄດ້​ໄຂ​ງານມະຫາ​ກຳ​ກິລາ​ນັກ​ຮຽນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ຄັ້ງ​ທີ 5 ປີ 2013 ​ຢ່າງ​ສົມ​ກຽດ, ​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີສັນ​ວັດທະນະທຳ​ຂອງ​ບັນດາ​ເຜົ່າ, ບັນດາ​ປະ​ເທດ​ສະມາຊິກ​​ໃນອາ​ຊຽນ. ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ ​ໄດ້​ປະກາດ​ໄຂງານ​ມະຫາ​ກຳ​​ກິລາ​ນັກ​ຮຽນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ຄັ້ງ​ທີ 5 ປີ 2013. ​ແລະກໍ​ທີ່​ພິທີ​ໄຂ​ງານ​ມະຫາ​ກຳ​​ກິລາ, ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ, ຫົວໜ້າ​ຄະນະ​ຈັດ​ຕັ້ງງານ​ມະຫາ​ກຳ​​ກິລາ​ນັກ​ຮຽນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ຄັ້ງ​ທີ 5 - ຮ່າ​ໂນ້ຍປີ 2013 ​ເຈີ​ນກວາງ​ກຸ໋ຍ ຊີ້​ແຈ້ງວ່າ: ງານ​ແຂ່ງ​ຂັນ​ກິລາ​ນັກ​ຮຽນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ຄັ້ງ​ທີ 5 - ຮ່າ​ໂນ້ຍປີ 2013 ​ແມ່ນ​​​ໂອກາດເພື່ອ​ໃຫ້​ນັກຮຽນ​ບັນດາ​ປະ​ເທດ​ພົບ​ປະ​ແລກປ່ຽນ, ​ເຊື່ອມ​ໂຍງ ​ແລະ ​ເພື່ອ​ໃຫ້​ຫວຽດນາມ​ເພີ່ມ​ທະວີ​ຄວາມ​ສາ​ມັກ​ຄີ, ມິດຕະພາບ​ກັບ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ; ຮັກສາ ​ແລະ ​ເສີມ​ຂະຫຍາຍ​ສີສັນ​ວັດທະນະທຳ​ຂອງ​ຊາດ, ຈິດ​ໃຈ​ແຂ່ງຂັນ​ທີ່​ສູງ​ສົ່ງ, ສະ​ແດງ​ຄວາມ​ຮັກທີ່​ມີ​ຕໍ່​ແຂກ​ຄົນ.

        ງານ​ມະຫາ​ກຳ​​ກິລາ​ນັກ​ຮຽນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ຄັ້ງ​ທີ 5 ປີ 2013 ຖືກ​ດຳ​ເນີນ​ໄປ​ແຕ່​ວັນ​ທີ 23 – 30/06. ​ເຂົ້າ​ຮ່ວມງານ​ມະຫາ​ກຳ​ກິລາ​ມີ 7 ຄະນະ​ຄື ສິງ​ກະ​ໂປ, ອິນ​ໂດ​ເນ​ເຊຍ, ມາ​ເລ​ເຊຍ, ​ໄທ, ບຣຸ​ໄນ, ຟີ​ລິບ​ຟີ​ນ ​ແລະ ຫວຽດນາມ. ຄະນະ​ນັກ​ກິລາ​ລາວ ​ແມ່ນ​ແຂກ​ຖືກ​ເຊີນ. ມີ​ນັກ​ກິລາ​, ເຈົ້າ​ໜ້າ​ທີ​ເກືອ​ບ 1.500 ຄົນເຂົ້າ​ຮ່ວມງານ​ມະຫາ​ກຳ​ກິລາ. ຄະນະ​ນັກ​ກິລາ​ຫວຽດນາມ ​ມີ 248 ຄົນ, ​ຈະ​ແຂ່ງຂັນ​ກິລາ 9 ປະ​ເພດ.

ຂ່າວ/ບົດ​ອື່ນ