ໄຂງານມະໂຫລານ “ສິ່ງ​ຍອດ​ຢ້ຽມຂອງມວຍ​ຫວຽດ​ນາມ​ສາ​ກົນ” ຄັ້ງ​ທີ II - ປີ 2019

(VOVWORLD) -ງານມະໂຫລານ ໄດ້ຈັດຕັ້ງເພື່ອແນໃສ່ສ້າງເງື່ອນໄຂໃຫ້ແກ່ບັນດາວິຊາມວຍພື້ນເມືອງຂອງ ຫວຽດນາມທີ່ຢູ່ພາຍໃນ ແລະ ຕ່າງປະເທດມີການແຂ່ງຂັນທີ່ດຶງດູດໃຈ, ເພີ່ມທະວີຄວາມເຂົ້າໃຈ, ພົບປະແລກປ່ຽນ, ສາມັກຄີລະຫວ່າງບັນດານັກກິລາ, ແນະນຳບັນດາເອກະລັກສະເພາະຂອງມວຍພື້ນເມືອງ ຫວຽດນາມ.
ໄຂງານມະໂຫລານ “ສິ່ງ​ຍອດ​ຢ້ຽມຂອງມວຍ​ຫວຽດ​ນາມ​ສາ​ກົນ” ຄັ້ງ​ທີ II - ປີ 2019 - ảnh 1ຜູ້ຕາງໜ້າຄະນະກຳມະການສະບານຕົວຢູ່ພິທີໄຂງານມະໂຫລານ “ສິ່ງຍອດຢ້ຽມຂອງມວຍຫວຽດນາມສາກົນ” ຄັ້ງທີ II - ປີ 2019 

ໃນລະຫວ່າງວັນທີ 07 – 11 ສິງຫາ, ຢູ່ແຂວງບິ່ງດິ້ງ ໄດ້ດຳເນີນ ງານມະໂຫລານ “ສິ່ງຍອດຢ້ຽມຂອງມວຍຫວຽດນາມສາກົນ” ຄັ້ງທີ II - ປີ 2019. ນີ້ແມ່ນໂຄງການນອນໃນຂອບເຂດງານມະໂຫລານສາກົນ ມວຍພື້ນເມືອງ ຫວຽດນາມ ຄັ້ງທີ VII  - ບິ່ງດິ້ງ ປີ 2019.

        ທ່ານ ຫງວຽນມິງດວານ, ຮອງຫົວໜ້າພະແນກວັດທະນະທຳ ແລະ ກິລາແຂວງບິ່ງດິ້ງ, ໃຫ້ຮູ້ວ່າ:

        ມວຍພື້ນເມືອງ ບິ່ງດິ້ງ ໄດ້ຮັບຮອງວ່າເປັນມໍລະດົກວັດທະນະທຳທີ່ບໍ່ແມ່ນວັດຖຸແຫ່ງຊາດ. ເພາະສະນັ້ນ, ການອະນຸລັກ ແລະ ເສີມຂະຫຍາຍມວຍພື້ນເມືອງ ບິ່ງດິ້ງ ກໍ່ແມ່ນການອະນຸລັກ ແລະ ເສີມຂະຫຍາຍມວຍພື້ນເມືອງ ຫວຽດນາມ. ງານມະໂຫລານ “ສິ່ງຍອດຢ້ຽມຂອງມວຍຫວຽດນາມສາກົນ” ຄັ້ງທີ II - ປີ 2019ໄດ້ຈັດຕັ້ງຢູ່ ບິ່ງດິ້ງ ແມ່ນການແຂ່ງຂັນໂດຍກົມໃຫຍ່ກິລາໄດ້ນຳເຂົ້າໃນລະບົບຈັດຕັ້ງເປັນປະຈຳທຸກໆປີທີ່ມີລະດັບສາກົນ, ເຂົ້າຮ່ວມການແຂ່ງຂັນມີບັນດານັກມວຍດີເດັ່ນທີ່ມາຈາກບັນດາສະໂມສອນທັງຢູ່ພາຍໃນ ແລະ ຕ່າງປະເທດ.

ງານມະໂຫລານ ໄດ້ຈັດຕັ້ງເພື່ອແນໃສ່ສ້າງເງື່ອນໄຂໃຫ້ແກ່ບັນດາວິຊາມວຍພື້ນເມືອງຂອງ ຫວຽດນາມທີ່ຢູ່ພາຍໃນ ແລະ ຕ່າງປະເທດມີການແຂ່ງຂັນທີ່ດຶງດູດໃຈ, ເພີ່ມທະວີຄວາມເຂົ້າໃຈ, ພົບປະແລກປ່ຽນ, ສາມັກຄີລະຫວ່າງບັນດານັກກິລາ, ແນະນຳບັນດາເອກະລັກສະເພາະຂອງມວຍພື້ນເມືອງ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ