ໄຂງານມະໂຫລານ ອາຫານການກິນທົ່ວປະເທດ ປີ 2018

(VOVWORLD) -ຕອນຄໍ່າວັນທີ 28 ກັນຍາ, ຢູ່ນະຄອນຮ້າລອງ, ແຂວງກວາງນິງ, ກົມໃຫຍ່ທ່ອງທ່ຽວ ໄດ້ສົມທົບກັບຄະນະກໍາມະການປະຊາຊົນແຂວງກວາງນິງ ໄຂງານມະໂຫລານ ອາຫານການກິນທົ່ວປະເທດ ປີ 2018.
ໄຂງານມະໂຫລານ ອາຫານການກິນທົ່ວປະເທດ ປີ 2018 - ảnh 1 ແຂກທ່ອງທ່ຽວຊີມເຫຼົ້າຊົນເຜົ່າ

  ງານມະໂຫລານ ປີນີ້ໄດ້ຈັດຂຶ້ນດ້ວຍຈຸດປະສົງ ແນະນໍາສິລະປະອາຫານການກິນ ແລະ ບັນດາເຍື່ອງອາຫານ ທີ່ເຂັ້ມຂຸ້ນໄປດ້ວຍຈຸດວັດທະນະທໍາທີ່ເປັນເອກະລັກສະເພາະຂອງແຕ່ລະເຂດ, ພາກ ເພື່ອແນໃສ່ເຊີດຊູ, ເສີມຂະຫຍາຍສິ່ງຍອດຍິ່ງຂອງວັດທະນະທໍາອາຫານການກິນ, ສ້າງກາລະໂອກາດໃຫ້ບັນດາພັດຕະຄານ,ໂຮງແຮມ, ກໍ່າປັ່ນທ່ອງທ່ຽວ ໄດ້ພົບປະແລກປ່ຽນ, ຖອດຖອນບົດຮຽນນໍາກັນ, ຈາກນັ້ນຍົກສູງຄຸນນະພາບການບໍລິການ ແລະ ປະສິດທິຜົນໃນການດໍາເນີນທຸລະກິດໃນຂະແໜງການທ່ອງທ່ຽວ.

        ງານມະໂຫລານ ອາຫານການກິນທົ່ວປະເທດ ປີ 2018 ແມ່ນເຫດການໄດ້ຈັດຂຶ້ນ ເພື່ອແນໃສ່ ເພີ່ມທະວີການໂຄສະນາພາບພົດ,ເຄື່ອງໝາຍການຄ້າ, ການທ່ອງທ່ຽວຂອງແຂວງກວາງນິງ ເວົ້າສະເພາະ ແລະ ຫວຽດນາມເວົ້າລວມ ເຖິງແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ. ນີ້ກໍແມ່ນເຫດການດຶງດູດຄວາມສົນໃຈຈາກປະຊາຊົນ, ແຂກທ່ອງທ່ຽວ ມາທ່ຽວໃນ ປີທ່ອງທ່ຽວແຫ່ງຊາດ 2018 - ຮ້າລອງ - ກວາງນິງ.


ຕອບກັບ

ຂ່າວ/ບົດ​ອື່ນ