ໄຂ​ງານ​ມະ​ໂຫລານ​ກະ​ຈາຍ​ສຽງ​ທົ່ວ​ປະ​ເທດ​ຄັ້ງ​ທີ XVI

(VOVWORLD) -       ພິທີໄຂຮອບຊີງຊະນະເລີດງານມະໂຫລານກະຈາຍສຽງທົ່ວປະເທດຄັ້ງທີ XVI ປີ 2024 ໄດ້ຈັດຂຶ້ນໃນຕອນຄ່ຳວັນທີ 11 ກໍລະກົດ, ຢູ່ໂຮງລະຄອນລາມເຊີນ, ນະຄອນ ແທັງຮວ໊າ, ແຂວງ ແທັງຮວ໊າ. ເຫດການດັ່ງກ່າວໂດຍວິທະຍຸກະຈາຍສຽງ ຫວຽດນາມ (VOV) ສົມທົບກັບຄະນະກຳມະການປະຊາຊົນແຂວງ ແທັງຮວ໊າ ຈັດຂຶ້ນ.
ໄຂ​ງານ​ມະ​ໂຫລານ​ກະ​ຈາຍ​ສຽງ​ທົ່ວ​ປະ​ເທດ​ຄັ້ງ​ທີ XVI - ảnh 1ພິທີໄຂຮອບຊີງຊະນະເລີດງານມະໂຫລານກະຈາຍສຽງທົ່ວປະເທດຄັ້ງທີ XVI ປີ 2024 (ພາບ: VOV)

ກ່າວຄຳເຫັນທີ່ພິທີໄຂ, ທ່ານຫົວໜ້າຄະນະໂຄສະນາສຶກສາສູນກາງພັກຄອມມູນິດ ຫວຽດນາມ ຫງວຽນຈ້ອງເຫງຍ ໄດ້ເນັ້ນໜັກວ່າ ໂດຍຜ່ານການສ້າງ, ພັດທະນາ ແລະ ເຕີບໃຫຍ່ມາເກືອບ 80 ປີ, ວິທະຍຸກະຈາຍສຽງ ຫວຽດນາມ ເວົ້າສະເພາະ ແລະ ຂະແໜງກະຈາຍສຽງ ເວົ້າລວມ ນັບມື້ນັບຢັ້ງຢືນໄດ້ທີ່ຕັ້ງ, ບົດບາດເປັນອາວຸດດ້ານແນວຄິດທີ່ແຫຼມຄົມ, ເປັນຊ່ອງຂໍ້ມູນຂ່າວສານຫຼັກແຫຼ່ງ, ປະຈັນບານ, ນຳພາ, ກຳນົດທິດຫາງສຽງ. ເພື່ອຍົກສູງບົດບາດ, ທີ່ຕັ້ງຂອງຂະແໜງການກະຈາຍສຽງໃນຍຸກສະໄໝໃໝ່ໃຫ້ຫຼາຍກວ່າອີກນັ້ນ, ທ່ານຫົວໜ້າຄະນະໂຄສະນາສຶກສາສູນກາງພັກ ຫງວຽນຈ້ອງເຫງຍ ສະເໜີວ່າ:

        “ລະບົບກະຈາຍສຽງຈາກສູນກາງລົງຮອດຮາກຖານ ຕ້ອງສືບຕໍ່ເສີມຂະຫຍາຍປະສິດທິຜົນຂອງບົດບາດຕິດຕາມກວດກາ ແລະ ການຕີລາຄາທາງສັງຄົມ, ສ້າງເວທີດຶງດູດການເຂົ້າຮ່ວມຢ່າງຕັ້ງໜ້າຂອງປະຊາຊົນໃນການສ້າງລະບອບລະບຽບການ, ວາງແຜນກຳນົດນະໂຍບາຍ, ສ້າງລັດແຫ່ງກົດໝາຍສັງຄົມນິຍົມ; ເອົາໃຈໃສ່ເປັນພິເສດເຖິງການເຂົ້າຮ່ວມການສ້າງ, ພັດທະນາວັດທະນະທຳ, ມະນຸດ ຫວຽດນາມ ໃນຍຸກສະໄໝໃໝ່ ເພື່ອສ້າງກຳລັງແຮງອ່ອນ, ກຳລັງແຮງພາຍໃນເພື່ອພັດທະນາປະເທດຊາດ. ປຸກລຸກ, ສ້າງຂະບວນການແຂ່ງຂັນຮັກຊາດ, ວຽກດີຄົນເດັ່ນຢ່າງເຂັ້ມແຂງ, ສ້າງສັງຄົມຂໍ້ມູນທີ່ປອດໃສ. ເຂົ້າຮ່ວມການຕໍ່ສູ້ປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ປະກົດການຫຍໍ້ທໍ້, ຕ້ານການຜັນປ່ຽນດ້ວຍຕົນເອງ, ຜັນແປດ້ວຍຕົນເອງຢ່າງຕັ້ງໜ້າ. ເພີ່ມທະວີການປົກປັກຮັກສາພື້ນຖານແນວຄິດຂອງພັກ, ຕໍ່ສູ້ຄັດຄ້ານຂໍ້ມູນ, ທັດສະນະທີ່ບໍ່ມີມູນຄວາມຈິງ, ເປັນປໍລະປັກ. ຍົກສູງຄຸນນະພາບຂອງຂໍ້ມູນຂ່າວສານ, ໂຄສະນາເຜີຍແຜ່ກ່ຽວກັບແຜນນະໂຍບາຍ, ແນວທາງ, ນະໂຍບາຍການຕ່າງປະເທດ, ການທູດຂອງພັກ, ລັດ”.

        ດ້ວຍຫົວຂໍ້ “ກະຈາຍສຽງ ຫວຽດນາມ - ຄວາມຫຼາຍຮູບຫຼາຍແບບໃນການຫັນເປັນດີຈີຕອນ”, ງານມະໂຫລານກະຈາຍສຽງທົ່ວປະເທດຄັ້ງທີ XVI ປີ 2024 ມີການເຂົ້າຮ່ວມຂອງ 81 ຫົວໜ່ວຍ, ດ້ວຍ 380 ຜົນງານ, ເຊິ່ງແບ່ງອອກເປັນ 6 ປະເພດ: ສາລະຄະດີ, ລາຍການກະຈາຍສຽງຕາມຫົວເລື່ອງສະເພາະ; ການສຳພາດ, ລາຍການກະຈາຍສຽງພາສາຊົນເຜົ່າ, ເລື່ອງລາວໂທລະໂຄງ, ລາຍການອອກອາກາດສົດ.

        ໃນຂອບເຂດງານມະໂຫລານ ຍັງດຳເນີນຫຼາຍກິດຈະກຳວິຊາສະເພາະ, ວັດທະນະທຳ, ກິລາຢ່າງຟົດຟື້ນ, ສ້າງເວທີໃຫ້ຜູ້ເຮັດວຽກງານກະຈາຍສຽງ ຫວຽດນາມ ໄດ້ພົບປະ, ແລກປ່ຽນ ແລະ ແບ່ງປັນບົດຮຽນປະສົບການເຊິ່ງກັນ ແລະ ກັນ.

ຕອບກັບ

ຂ່າວ/ບົດ​ອື່ນ