ໄຂງານມະໂຫລານກະວີອາຊີ - ປາຊີຟິກ

ໄຂງານມະໂຫລານກະວີອາຊີ - ປາຊີຟິກ - ảnh 1
(ໄຂ​ງານ​ມະ​ໂຫລານ​ກະວີ​ອາຊີ - ປາ​ຊີ​ຟິກ)

(vovworld) – ຕອນ​ຄໍ່າ​ວັນ​ທີ 02/03, ຢູ່​ໂຮງ​ລະ​ຄອນ​ໃຫຍ່​ຮ່າ​ໂນ້ຍ, ​ໄດ້​ໄຂງານ​ມະ​ໂຫລານ​ກະວີ​ອາຊີ - ປາ​ຊີ​ຟິກຄັ້ງ​ທີ 2. ຜ່ານ​ການ​ພົບ​ປະ​ແລກປ່ຽນ, ອ່ານ​ກະວີ, ບັນດາ​ນັກ​ກະວີ​ຫວຽດນາມ ພ້ອມ​ກັບ​ບັນດານັກ​ກະວີ​ສາກົນ​ທີ່​ມາ​ຈາກ ​ໂປ​ໂລ​ຍ, ອີ​ຢີບ, ຈີນ, ອິນ​ເດຍ, ອັງກິດ… ​ໄດ້​ສະ​ແດງບົດ​ກະວີ​ຂອງ​ຕົນ​ດ້ວຍ​ພາສາ​ແມ່ ​ແລະ ພາສາ​ອັງກິດ. ນັກ​ກະວີ ຫງວຽນ​ກວາ​ງທ່ຽວ, ຮອງ​ປະທານ​ສະມາຄົມ​ນັກປະພັນ​ຫວຽດນາມ ​ໃຫ້​ຮູ້​ວ່າ.

        “ພື້ນຖານ​ວັດ​ທະນະ​ທຳ ຫຼື  ພື້ນຖານ​ກະວີ​ຂອງ​ແຕ່ລະ​ປະ​ເທດ​ລ້ວນ​ແຕ່​ມີ​ຄວາມ​ງາມ​ພິ​ເສດ. ​ເນື້​​ອ​ໃນຈິດ​ໃຈ​ກະວີ​ຂອງປີ​ນີ້​ດ້ວຍ​ຫົວ​​ເລື່ອງສັນຕິພາບ, ​ພື້ນຖານ​ເອກະລາດ, ​ເສລີ​ພາບຂອງ​ປະ​ເທດ​ຊາດ. ທີ່ 2 ​ແມ່ນ, ​ບັນດາ​ນັກ​ກະວີ ຈະ​ສະ​ແດງ​​ບັນດາຄວາມງາມ​ຂອງ​ຊີວິດຜ່ານບັນດາບົດກະວີ​ຫວຽດນາມ.”

ຂ່າວ/ບົດ​ອື່ນ