ໄຂງານມະໂຫລານຂັບ ກາຈູ 2014

ໄຂງານມະໂຫລານຂັບ ກາຈູ 2014 - ảnh 1
(ໄຂ​ງານ​ມະ​ໂຫລານ​ຂັບ ກາ​ຈູ 2014)

(vovworld) – ດ້ວຍ​ການ​ເຂົ້າ​ຮ່ວມ​ງານ​ມະ​ໂຫລານຂັບ ກາ​ຈູ 2014 ມີ 26 ຫົວໜ່ວຍ​ຂຶ້ນ​ກັບ 12 ​ແຂວງ, ນະຄອນ. ງານ​ມະ​ໂຫລານ ​ແມ່ນ​ໜຶ່ງ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ນອນ​ໃນ​ແຜນການ​ປົກ​ປັກ​ຮັກສາ​ມໍລະດົກ​ເຊິ່ງຫວຽດນາມ ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ປະຕິບັດ​ໃນ​ສຳ​ເນົາ​ເອກະສານ​ຍື່ນ​ສະ​ເໜີ​ຕໍ່ UNESCO. ກ່າວ​ຄຳ​ເຫັນ​ທີ່​ງານ​ມະ​ໂຫລານ, ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ວັດທະນະທຳ ​ແລະ ກິລາ​ຫວຽດນາມ ​ເວື​ອງຢຸຍບຽນ ຢືນຢັນ​ວ່າ ສິລະ​ປະຂັບ​ກາ​ຈູ​ ຫວຽດນາມໄດ້​ຮັບ​ການ​ເຊີດຊູຈາກ​ອົງການ UNESCO ​ເປັນ​ວັດທະນະທຳ​ບໍ່​ມີ​ຮູບ​ຮ່າງ ​ແຕ່​ເດືອນ 10/2009 ຕ້ອງ​ໄດ້​ຮັບ​ການ​ປົກ​ປັກ​ຮັກສາ​ຢ່າງ​ຮີບ​ດ່ວນ ​ເຊິ່ງ​ແມ່ນ​ຄວາມ​ມ່ວນ​ຊື່ນ, ​ເປັນ​ກຽດ​ສຳລັບຫວຽດນາມ ​ເວົ້າ​ລວມ ​ແລະ ສິລະ​ປະ​ຂັບ​ກາ​ຈູ ​ເວົ້າ​ສະ​ເພາະ. ​ແຕ່​ວ່າ, ນີ້​ກໍ່​ແມ່ນ​ສິ່ງ​ທ້າທາຍ​ບໍ່​ແມ່ນ​ຫນ້ອຍ​ໃນ​ການ​ປົກ​ປັກ​ຮັກສາ​ມໍລະດົກ​ນີ້. ​ໃນ​ຕະຫຼອດ 5 ປີຜ່ານມາ, ​ເຖິງ​ວ່າ​ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ບໍ່​ແມ່ນ​ຫນ້ອຍກໍ່ຕາມ ​ແຕ່​ຫວຽດນາມ ​ໄດ້​ມີ​ບັນດາ​​ຄວາມ​ມາ​ພະຍາຍາມ​ເຄື່ອນ​ໄຫວ​ເພື່ອ​ປົກ​ປັກ​ຮັກສາ​ມໍລະດົກ​ຂັບ​ກາ​ຈູ. ​ງານ​ມະ​ໂຫລານ​ຂັບ ກາ​ຈູ ທົ່ວ​ປະ​ເທດ​ປີ 2014 ຈະ​ດຳ​ເນີນ​ຮອດ​ວັນ​ທີ 29/08 ຈຶ່ງ​ອັດ​ລົງ.

ຂ່າວ/ບົດ​ອື່ນ