ໄຂງານມະໂຫລານຂັບວັນ, ຂັບເຈົາວັນທົ່ວປະເທດຢູ່ Festival ເຫວ້

(VOVWORLD) - ຕອນຄ່ຳວັນທີ 26 ເມສາ, ຢູ່ນະຄອນ ເທື່ອທຽນ-ເຫວ້, ກົມວັດທະນະທຳຂັ້ນຮາກຖານ, ກະຊວງວັດທະນະທຳ ກິລາ ແລະ ທ່ອງທ່ຽວ ຫວຽດນາມ ໄດ້ສົມທົບກັບຄະນະກຳມະການປະຊາຊົນແຂວງ ເທື່ອທຽນ-ເຫວ້ ຈັດຕັ້ງງານມະໂຫລານຂັບວັນ, ຂັບເຈົາວັນ ທົ່ວປະເທດ 2018.
ໄຂງານມະໂຫລານຂັບວັນ, ຂັບເຈົາວັນທົ່ວປະເທດຢູ່ Festival ເຫວ້ - ảnh 1 ໄຂງານມະໂຫລານຂັບວັນ, ຂັບເຈົາວັນທົ່ວປະເທດຢູ່ Festival ເຫວ້

ນີ້ແມ່ນການເຄື່ອນໄຫວວັດທະນະທຳທີ່ນອນໃນຂອບເຂດ Festival ເຫວ້ 2018 ເພື່ອແນໃສ່ເຊີດຊູ, ໂຄສະນາ ແລະ ເສີມຂະຫຍາຍບັນດາຄຸນຄ່າສິລະປະຂອງຂັບວັນ, ຂັບເຈົາວັນ. ທ່ານ ຫງວຽນກົງຈູງ ຮອງຫົວໜ້າກົມວັດທະນະທຳຂັ້ນຮາກຖານ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ໃຫ້ຮູ້ວ່າ:

ການຈັດຕັ້ງງານມະໂຫລານຂັບວັນ, ຂັບເຈົາວັນໃນທົ່ວປະເທດແມ່ນໜຶ່ງໃນບັນດາລາຍການກະທຳ ຊຶ່ງກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຍົກອອກມາ ເພື່ອຮັກສາ, ເສີມຂະຫຍາຍຄຸນຄ່າວັດທະນະທຳມໍລະດົກວັດທະນະທຳບໍ່ເປັນວັດຖຸນີ້ໄວ້. ນີ້ກໍ່ແມ່ນມາດຕະການແທດຈິງ ເພື່ອກຳນົດທິດປະຕິບັດການເຫລື້ອມໃສ, ສ້າງການພົບປະແລກປ່ຽນລະຫວ່າງບັນດາ ນັກສິລະປະການ, ນັກສິລະປິນໃນທົ່ວປະເທດ”.

        ງານມະໂຫລານຂັບວັນ, ຂັບເຈົາວັນທົ່ວປະເທດດຳເນີນແຕ່ວັນທີ 26 – 29 ເມສາ ດ້ວຍ 16 ຄະນະສິລະປະໃນປະເທດເຂົ້າຮ່ວມ.

ຕອບກັບ

ຂ່າວ/ບົດ​ອື່ນ