ໄຂ​ງານ​ມະ​ໂຫ​ລານຟິມ​ຮູບ​ເງົ​າ ອາ​ຊຽນ + 3 ຢູ່ ສາ​ທາ​ລະ​ນະ​ລັດ ເຊັກ​ໂກ

(VOVWORLD) - ຕອນຄ່ຳວັນທີ 1 ກັນຍາ, ງານມະໂຫລານຟິມຮູບເງົາ ອາຊຽນ +3 ໄດ້ໄຂຂຶ້ນຢູ່ນະຄອນຫຼວງ Praha, ສ.ເຊັກໂກ ດ້ວຍການເຂົ້າຮ່ວມຂອງ 9 ປະເທດ, ລວມມີ: ອິນໂດເນເຊຍ, ມາເລເຊຍ, ມຽນມາ, ຟີລິບປິນ, ໄທ, ຫວຽດນາມ, ຈີນ, ຍີ່ປຸ່ນ ແລະ ສ.ເກົາຫຼີ. 
ໄຂ​ງານ​ມະ​ໂຫ​ລານຟິມ​ຮູບ​ເງົ​າ ອາ​ຊຽນ + 3 ຢູ່ ສາ​ທາ​ລະ​ນະ​ລັດ ເຊັກ​ໂກ - ảnh 1 ງານມະໂຫລານຟິມຮູບເງົາ ອາຊຽນ + 3 ດຳເນີນແຕ່ວັນທີ 1 – 9 ກັນຍາ ຈຶ່ງອັດລົງ

        ນີ້ແມ່ນໜຶ່ງໃນບັນດາເຫດການການທາງການທູດ, ວັດທະນະທຳສຳຄັນໃນປີ 2023, ດ້ວຍຈຸດປະສົງ ແນະນຳພາບພົດກ່ຽວກັບຄວາມສວຍງາມ, ຄວາມຫຼາກຫຼາຍໃນວັດທະນະທຳ, ຮີດຄອງປະເພນີຂອງບັນດາປະເທດ ອາຊີ ເຖິງເພື່ອນມິດສາກົນ. ເຂົ້າຮ່ວມງານມະໂຫລານຮູບເງົາປີນີ້, ຫວຽດນາມ ກໍໄດ້ນຳສະເໜີຟິມຮູບເງົາ 2 ເລື່ອງ. ບັນດາຮູບເງົາທີ່ໄດ້ສາຍໃນສັບປະດາຟິມຮູບເງົາ ອາຊຽນ + 3 ຄັ້ງນີ້ ລ້ວນແຕ່ແມ່ນບັນດາຜົນງານທີ່ມີຊື່ສຽງ, ຜະລິດໂດຍບັນດານັກກຳກັບທີ່ເຄີຍຄວ້າໄດ້ຫຼາຍລາງວັນຢູ່ ອາຊີ ແລະ ເປັນຜົນງານທີ່ເຂັ້ມຄົ້ນໄປດ້ວຍຈຸດວັດທະນະທຳທີ່ເປັນເອກະລັກສະເພາະ ກໍຄື ຄຸນຄ່າມໍລະດົກຂອງປະເທດຕ່າງໆ, ນຳມາເຊິ່ງບັນດາຄວາມຮູ້ສຶກທີ່ແຕກຕ່າງກັນໃຫ້ແກ່ຜູ້ຊົມ.

        ງານມະໂຫລານຟິມຮູບເງົາ ອາຊຽນ + 3 ດຳເນີນແຕ່ວັນທີ 1 – 9 ກັນຍາ ຈຶ່ງອັດລົງ.

ຫາຍດັງ, ນັກຂ່າວ     ປະຈຳ ສ.ເຊັກໂກ

ຕອບກັບ

ຂ່າວ/ບົດ​ອື່ນ