ໄຂງານມະໂຫລານຟ້ອນຕຸກກະຕາສາກົນ ຄັ້ງທີ 5 ທີ່ຮ່າໂນ້ຍ

(VOVWORLD) -ງານມະໂຫລານຟ້ອນຕຸກກະຕາສາກົນ ຄັ້ງທີ 5 ປີ 2018 ໄດ້ ໄຂຂຶ້ນຢ່າງເປັນທາງການ ໃນຕອນຄໍ່າວັນທີ 8 ຕຸລາ ຢູ່ຮ່າໂນ້ຍ ຂອງຫວຽດນາມ. 

ງານມະໂຫລານໄດ້ມີການເຂົ້າຮ່ວມການແຂ່ງຂັນ ຂອງກອງສິລະປະ 7 ຄະນະທີ່ມາຈາກຕ່າງປະເທດຄື ກໍາປູເຈຍ, ລາວ, ຟິລິບປິນ, ໄທ, ແບນຊິກ, ຝລັ່ງ, ບຣາຊີນ ແລະ ກອງສິລະປະຟ້ອນຕຸກກະຕາທີ່ເປັນມືອາຊີບຂອງຫວຽດນາມ 4 ຄະນະ ຄື ໂຮງລະຄອນຟ້ອນຕຸກກະຕາຫວຽດນາມ,ໂຮງລະຄອນຟ້ອນຕຸກກະຕາແທງລອງ - ຮ່າໂນ້ຍ,ກອງສິລະປະຟ້ອນຕຸກກະຕາຫາຍຟ່ອງ ແລະ ກອງສິລະປະຟ້ອນຕຸກກະຕາ ນະຄອນໂຮ່ຈີມິນ. ງານມະໂຫລານຟ້ອນຕຸກກະຕາສາກົນ ຄັ້ງທີ 5 ໄດ້ດໍາເນີນຮອດວັນທີ 15 ຕຸລາ ຈຶ່ງອັດລົງ.

ຕອບກັບ

ຂ່າວ/ບົດ​ອື່ນ